ຫວຽດນາມ ເຂົ້າຮ່ວມ “ເວທີປາໄສຄວາມຮັບຮູ້ກ່ຽວກັບອາຊຽນ”

ຫວຽດນາມ ເຂົ້າຮ່ວມ “ເວທີປາໄສຄວາມຮັບຮູ້ກ່ຽວກັບອາຊຽນ” - ảnh 1
ເວທີ​ປາ​ໄສ “ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ
ພາບ:vietnamplus.vn

(vovworld) - ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ Bui Thanh Son ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ນຳ​ຫນ້າ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ “ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ” ຈັດ​ຂຶ້ນ​ໃນ​ວັນ​ທີ 22 ​ແລະ 23/3 ​ຢູ່​ນະຄອນ Roma ປະ​ເທດ Itali. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Bui Thanh Son ​ເນັ້ນຫນັກ​ຄວາມ​ໝາຍ, ຈຸດປະສົງ​ຂອງ​ເວທີ​ປາ​ໄສ ​ແມ່ນ​​ແນ​ໃສ່ຊຸກຍູ້ຄວາມ​ຮັບ​ຮູ້​ຂອງ​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ຂອງ Itali ກ່ຽວ​ກັບ​ອາ​ຊຽນ, ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ບັນດາ​ກາລະ​ໂອກາດ​ໃຫຍ່​ຫລວງ ຊຶ່ງ​ບັນດາ​ປະ​ເທດ​ອາ​ຊຽນຍາດ​ມາ​ໄດ້ ຜ່ານ​ນັ້ນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຂອງ Itali ​ເວົ້າ​ສະ​ເພາະ ​ແລະ EU ​ເວົ້າລວມສຳລັບ​ອາ​ຊຽນ ພ້ອມ​ກັນ​ຜ່ານ​ຜ່າ​ຄວາ​ມຫຍຸ້ງຍາກ​ຂອງ​ວິ​ກິດ​ການ​ເສດຖະກິດ​ປະຈຸ​ບັນ.


ຕອບກັບ

ຂ່າວ/ບົດ​ອື່ນ