ຫວຽດ​ນາມ ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ກິ​ລາ ພ້ອມ​ກັບ​ເພື່ອນໆ ອາ​ຊຽນ ຢູ່ ອາ​ຟ​ະ​ລິ​ກາ​ໃຕ້

(VOVWORLD) -ຄະນະ ຫວຽດນາມ ໄດ້ເຂົ້າຮ່ວມກິດຈະກຳກິລາ, ຫຼີ້ນເກມລວມໝູ່ ຢ່າງຟົດຟື້ນມ່ວນຊື່ນ, ພ້ອມທັງໂຄສະນາກ່ຽວກັບອາຫານການກິນ ຫວຽດນາມ ແລະ ພົບປະແລກປ່ຽນກັບສະມາຊິກປະມານ 250 ຄົນ ທີ່ມາຈາກສະຖານທູດ, ອົງການຜູ້ຕາງໜ້າຂອງປະເທດຕ່າງໆໃນ ອາຊຽນ ທີ່ພວມປະຈຳການຢູ່ປະເທດປະຈຳຖິ່ນ. 
ຫວຽດ​ນາມ ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ກິ​ລາ ພ້ອມ​ກັບ​ເພື່ອນໆ ອາ​ຊຽນ ຢູ່ ອາ​ຟ​ະ​ລິ​ກາ​ໃຕ້ - ảnh 1ຄະນະ ຫວຽດນາມ ແນະນຳ ຈືນຢໍ່ ສູ່ເພື່ອນມິດສາກົນ  (ພາບ: TTXVN)

ວັນທີ 4 ມິຖຸນາ, ພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາຟະລິກາໃຕ້ ໄດ້ເຂົ້າຮ່ວມວັນບຸນກິລາ ແລະ ຄອບຄົວບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໂດຍຄະນະກຳມະການ ອາຊຽນ ປະຈຳ Pretoria (APC) ຈັດຂຶ້ນ.

ໃນເຫດການນີ້, ຄະນະ ຫວຽດນາມ ໄດ້ເຂົ້າຮ່ວມກິດຈະກຳກິລາ, ຫຼີ້ນເກມລວມໝູ່ ຢ່າງຟົດຟື້ນມ່ວນຊື່ນ, ພ້ອມທັງໂຄສະນາກ່ຽວກັບອາຫານການກິນ ຫວຽດນາມ ແລະ ພົບປະແລກປ່ຽນກັບສະມາຊິກປະມານ 250 ຄົນ ທີ່ມາຈາກສະຖານທູດ, ອົງການຜູ້ຕາງໜ້າຂອງປະເທດຕ່າງໆໃນ ອາຊຽນ ທີ່ພວມປະຈຳການຢູ່ປະເທດປະຈຳຖິ່ນ. ແຕ່ລະປະເທດຈະຮັບຜິດຊອບເປັນເຈົ້າພາບຈັດການຫຼີ້ນກິລາ ຫຼື ການລະຫຼີ້ນພື້ນເມືອງ 1 ປະເພດ ຢ່າງຟົດຟື້ນມ່ວນຊື່ນ ເປັນຕົ້ນແມ່ນ: ບານເຕະ, ປິ໋ງປອ໋ງ, ຍິງທະນຸ, ດຶງເຊືອກ….

 

ຕອບກັບ

ຂ່າວ/ບົດ​ອື່ນ