ຫວຽດນາມ ເຂົ້າຮ່ວມກອງ ປະຊຸມສຳມະນາ ອາຊຽນ ກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາຢູ່ ມາໄລເຊຍ

ຫວຽດນາມ ເຂົ້າຮ່ວມກອງ ປະຊຸມສຳມະນາ ອາຊຽນ ກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາຢູ່ ມາໄລເຊຍ - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: Kim Dung-Chí Giáp/Vietnam+)

(vovworld) – ​​​​​ໃນ​ວັນ​ທີ 11 – 12/6, ກອງ​ປະຊຸມ​ສຳ​ມະ​ນາ​ເຄືອ​ຂ່າຍ​ຊ່ອງ 2 ບັນດາ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ບັນດາ​ປະ​ເທດ ອາ​ຊຽນ (NADI) ​ໄດ້​ດຳ​ເນີນ​​ຢູ່ ມາ​ເລ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ 50 ທ່ານ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ພົນ​ຕີ ຫງວຽນ​ດິ່ງ​ຈ໋ຽນ, ຫົວໜ້າ​ວິທະຍາຄານ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ ຂຶ້ນ​ກັບ ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ. ດ້ວຍ​ຫົວ​ຂ້ໍ​ວ່າ: “ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ພັດທະນາ: ພື້ນຖານ​ໃຫ້​ແກ່​ປະຊາ​ຄົມ ອາ​ຊຽນ”, ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ປຶກສາ​ຫາລື ​ແລະ ​ແບ່ງ​ປັນ​ບົດຮຽນ​ກ່ຽວ​ກັບ​ການ​ສ້າງສາ​ປະ​ເທດ​​ໂດຍສຸມ​ໃສ່​​ບັນ​ຫາ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາໃນ​ພາກ​ພື້ນ ອາ​ຊຽນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ພົນ​ຕີ ຫງວຽນ​ດິ່ງ​ຈ໋ຽນ ​ໄດ້​ລາຍ​ງານ​ບົດ​ປະກອບ​ຄວາມ​ເຫັນກ່ຽວ​ກັບ “ບົດບາດ​ຈຸດ​ສຸມຂອງ ອາ​ຊຽນ ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເ​ທດ​ໃຫຍ່”, ຖື​ວ່າ: ​ເລື່ອງ ອາ​ຊຽນ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​​ໃຫຍ່​ໃນ​ພາກ​ພື້ນຈະຊ່ວຍ​ໃຫ້ ອາ​ຊຽນ ຮັກສາ​ສະພາບ​ແວດລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ປັບປຸງ​ສາຍ​ພົວພັນ​ຮ່ວມ​ມື, ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ສະມາຊິກ​ໃນ​ຂົງ​ເຂດ​ການ​ເມືອງ ​ແລະ ການປ້ອງ​ກັນ​ຄວາມ​ສະຫງົບ, ປະກອບສ່ວນ​ຊຸກຍູ້​ທ່າ​ອຽງ​ສັນຕິພາບ​, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ, ສ້າງສາ​ຍພົວພັນ​ໃໝ່​ລະຫວ່າງ ອາ​ຊຽນ ​ແລະ ບັນດາ​ປະ​ເທ​​ດ​ໃຫຍ່​ຕາມ​ທິດ​ມິດຕະພາບ, , ສະຖຽນ​ລະ​ພາບ​ຍາວ​ນານ, ຮ່ວມ​ມື​ຮອບດ້ານ​​ ແລະ ​ນັບ​ມື້​ນັບ​ແໜ້ນ​ແຟ້ນລະຫວ່າງ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ.

 

ຂ່າວ/ບົດ​ອື່ນ