ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະບໍລິຫານງານ IPU 136

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະບໍລິຫານງານ IPU 136 - ảnh 1
ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: ບິ່ງ​ຮູຍ//Vietnam+)

(vovworld) – ໃນ​ລະ​ຫວ່າງວັນ​ທີ 30 – 31/3, ທີ່​ຫໍ​ປະ​ຊຸມ​ສາ​ກົນ Bangabandhu, ​ຢູ່ໃຈ​ກາງ​ນະ​ຄອນຫຼວງ Dhaka ປະ​ເທດ ບັງ​​ລາ​ເທດ, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 275 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​​ສະ​ມັດ​ຊາ​ໃຫຍ່ສະ​ຫະ​ພັນ​ລັດ​ຖະ​ສ​ະ​ພາ​ສາ​ກົນ ຄັ້ງ​ທີ 136 (IPU 136), ພ​າຍ​ໃຕ້​ກ​ານ​ເປັນ​ປະ​ທານ​ຂອງ​ທ່ານ​ປະ​ທານ IPU Saber Hossain Chowdhury. ກອງ​ປະ​ຊຸມ​ຄັ້ງ​ນີ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ເງິນ, ປະ​ຕິ​ບັດ​ຍຸດ​ທະ​ສາດ IPU ໄລ​ຍະ 2017 – 2021; ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ຂອງ ສ​ປ​ຊ, ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 200 ຂອງ​ສະ​ພາ​ບໍ​ລິ​ຫານ IPU, ປືກ​ສາ​ຫາ​ລື ກ່ຽວ​ກັບ​ IPU 137 ຈະ​ຈັດ​ຕັ້ງ​ຢູ່ນ​ະ​ຄອນ Saint Petersburg (ປະ​ເທດ​ລັດ​ເຊຍ) ແຕ່​ວັນ​ທີ 14 – 18/10/2017, ປັບ​ປຸງ​​ຂໍ້​ກຳ​ນົດ ແລະ ກົດ​ລະ​ບຽບ​ຂອງ IPU…

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ວັນ​ເຢົ່າ, ​ຫົວ​ໜ້າ​ກ​ຳ​ມາ​ທິ​ການ​​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ສະ​ມາ​ຊິກ​ຄະ​ນະ​ບໍ​ລິ​ຫ​ານ IPU ເນັ້ນ​ໜັກ​ເຖິງ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ເຄົາ​ລົບ​ສິດ​ຂອງ​ແມ່​ຍິງ. ຜູ້​ຕາງ​ໜ້າ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໃນ​ປີ​ຜ່ານ​ມາ, IPU ໄດ້​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ມອບ​ສິດ​ໃຫ້​ແມ່​ຍິງຫຼາຍ​ກ່​ວາ. ທ່ານ ຫງວຽນ​ວັນ​ເຢົ່າ, ​ຫົວ​ໜ້າ​ກ​ຳ​ມາ​ທິ​ການ​​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໄປ​ຄ​ຽງ​ຄູ່​ກັບ IPU ໃນ​ວຽກ​ງານ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ ແລະ ຫລຸດ​ຜ່ອນ​ຄວາມ​ສ່ຽງ​ຂອງ​ໄພ​ພິ​ບັດ, ຫວຽດ​ນາມ ຈ​ະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຫົວ​ເລື່ອ​ງ​ສະ​ເພາະ​ຂອງ IPU ພາກ​ພື້ນ ອາ​ຊີ - ປາ​ຊ​ີ​ຟິກ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໃນ​ວັນ​ທີ 11 – 13/5 ຈະ​ມາ​ເຖິງ, ດ້ວຍ​ຫົວ​ຂໍ​້ “ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຜູ້​ສ້າງ​ກົດ​ໝາຍ​ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.”


ຂ່າວ/ບົດ​ອື່ນ