ຫວຽດນາມ ເຂົ້າຮ່ວມກອງປະຊຸມປະທານສານບັນດາປະເທດ ອາຊີ - ປາຊີຟິກ ຄັ້ງທີ 17 ຢູ່ ຍີ່ປຸ່ນ

(VOVWORLD) - ກອງປະຊຸມແມ່ນເວທີປາໄສສຳຄັນ ເພື່ອໃຫ້ປະທານສານ, ຜູ້ພິພາກສາ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງໃນຂົງເຂດຕຸລາການແລກປ່ຽນ, ແບ່ງປັນບົດຮຽນໃນການຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງສານ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມປະທານສານບັນດາປະເທດ ອາຊີ - ປາຊີຟິກ ຄັ້ງທີ 17 ຢູ່ ຍີ່ປຸ່ນ - ảnh 1 ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

ໂດຍໄດ້ຮັບຄຳເຊີນຂອງທ່ານ Itsuro Terada, ປະທານສານສູງສຸດ ຍີ່ປຸ່ນ, ທ່ານ ຫງວຽນວັນບີ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ  ນຳໜ້າຄະນະຜູ້ແທນ ຫວຽດນາມ ໄປຍັງຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມປະທານສານບັນດາປະເທດ ອາຊີ - ປາຊີຟິກ ຄັ້ງທີ 17 ຈັດຕັ້ງຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ ແຕ່ວັນທີ 19 -21 ກັນຍາ. ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ເພີ່ມທະວີບົດບາດຂອງສານໃນການຊຸກຍູ້ ແລະ ຍົກສູງຫຼັກການແຫ່ງອຳນາດນິຕິບັນຍັດ”. ກອງປະຊຸມແມ່ນເວທີປາໄສສຳຄັນ ເພື່ອໃຫ້ປະທານສານ, ຜູ້ພິພາກສາ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງໃນຂົງເຂດຕຸລາການແລກປ່ຽນ, ແບ່ງປັນບົດຮຽນໃນການຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງສານ.

        ທີ່ວາລະເຮັດວຽກ, ດ້ວຍຫົວຂໍ້ ຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນເຂົ້າໃນລະບົບສານ, ທ່ານ ຫງວຽນວັນບີ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ແນະນຳໂດຍສັງເຂບກ່ຽວກັບການພົວພັນລະຫວ່າງສານ ແລະ ສື່ມວນຊົນ, ກ່ຽວກັບການເຄື່ອນໄຫວໂຄສະນາຂອງ ບັນດາອົງການສື່ມວນຊົນ ຫວຽດນາມ ສຳລັບການເຄື່ອນໄຫວຂອງສານ. ຜ່ານບົດກ່າວຄຳເຫັນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມມີໂອກາດເຂົ້າໃຈກ່ວາກ່ຽວກັບການພົວພັນລະຫວ່າງສານ ແລະ ສື່ມວນຊົນ ຂອງ ຫວຽດນາມ  ແລະ ຖືນີ້ແມ່ນບົດຮຽນທີ່ດີເພື່ອໃຫ້ສານຂອງປະເທດຕ່າງໆໄດ້ຄົ້ນຄ້ວາ. ບົດຄຳເຫັນຂອງຄະນະ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ