ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ G20

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ G20 - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​
ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນແຖວ​ໜ້າ​ໂລກ (G20)
(ພາບ: TTXVN)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 16/02 (ຕາມ​ເວລາ ຫວຽດນາມ), ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນແຖວ​ໜ້າ​ໂລກ (G20) ຖືກ​ໄຂ​ຂຶ້ນ​ທີ່​ສູນ​ກອງ​ປະຊຸມ​ສາກົນ​ຢູ່​ນະຄອນ Bonn ຂອງ ​ເຢຍລະ​ມັນ. ທ່ານ​ຮ​ອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ດ້ວຍ​ຖານະ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ເຈົ້າ​ພາບ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) 2017.

        ຕອນ​ບ່າຍ​ວັນ​ທີ 16/02, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື “​ໂຄງການ​ດຳ​ເນີນ​ງານ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ”. ດ້ວຍ​ສານ​ທີ່​ວ່າ “​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ບັນດາ​ເປົ້າ​ໝາຍ​ຂອງ​ໂຄງການ​ດຳ​ເນີນ​ງານ 2030”, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ​ເນັ້ນ​ໜັກ​ວ່າ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທົ່ວ​ໂລກ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ​ເປົ້າ​ໝາຍ​ຂອງ​ໂຄງການ​ດຳ​ເນີນ​ງານ 2030 ດ້ວຍ​ບັນດາ​ແຜນການ, ມາດ​ຕະການຢ່າງ​ລະອຽດ; ສະ​ເໜີ​ບັນດາ​ປະ​ເທດ G20 ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ, ພິ​ເສດ​ແມ່ນ​​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ດ້ວຍ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ປີ APEC 2017, ຫວຽດນາມ ພວມ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ມານະ​ພະຍາຍາມ​ຊຸກຍູ້​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ກວມ​ລວມ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ