ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສາ​ກົນ​ບັນ​ດາ​ອົງ​ການກ​ວດ​ສອບ​ສູງ​ສຸດ ຢູ່ ລັດ​ເຊຍ

(VOVWORLD) - ໃນລະຫວ່າງວັນທີ 23 – 28 ກັນຍາ, ກອງປະຊຸມໃຫຍ່ຂອງອົງການຈັດຕັ້ງສາກົນບັນດາອົງການກວດສອບສູງສຸດຄັ້ງທີ 23 (INCOSAI - 23) ໄດ້ດຳເນີນຢູ່ສູນວາງສະແດງ Manezh ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ.
ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສາ​ກົນ​ບັນ​ດາ​ອົງ​ການກ​ວດ​ສອບ​ສູງ​ສຸດ ຢູ່ ລັດ​ເຊຍ - ảnh 1ຄະນະຫວຽດນາມເຂົ້າຮ່ວມ  INCOSAI - 23 ຢູ່ລັດເຊຍ

ໂດຍມີການເຂົ້າຮ່ວມຂອງຜູ້ແທນກ່ວາ 1 ພັນທ່ານ, ເຊິ່ງຜູ້ຕາງໜ້າ ໃຫ້ແກ່ 168 ອົງການກວດສອບສູງສຸດ (SAI) ຂອງບັນດາປະເທດ, ບັນດາສະຫະສະມາຄົມອາຊີບ ແລະ ບັນດາອົງການຈັດຕັ້ງສາກົນ… ຄະນະປະຕິບັດງານຂອງອົງການກວດສອບແຫ່ງລັດ ຫວຽດນາມ ໂດຍທ່ານ ຫງວຽນກວາງແທັ່ງ ຮອງປະທານອົງການກວດສອບແຫ່ງລັດຫວຽດນາມ ເປັນຫົວໜ້າຄະນະໄດ້ໄປເຂົ້າຮ່ວມບັນດາລາຍການຢ່າງເປັນທາງການ ແລະ ຢູ່ນອກຂອງກອງປະຊຸມ.  

        ເຂົ້າຮ່ວມພິທີໄຂກອງປະຊຸມມີທ່ານ Vladimir putin ປະທານາທິບໍດີ ລັດເຊຍ, ທ່ານ Sergei Ryabukhin ປະທານຄະນະກຳມະການງົບປະມານ ແລະ ການເງິນ ສະພາສູງລັດເຊຍ, ທ່ານ Sergei Sobyanin ຜູ້ຕາງໜ້າສະພາຕ່ຳລັດເຊຍ, ທັງເປັນເຈົ້າຄອງນະຄອນມົດສະກູ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ Vladimir putin ປາດຖະໜາວ່າ ບັນດາອົງການ ກວດສອບສູງສຸດມີບົດບາດນັບມື້ນັບສູງຂຶ້ນ, ເຮັດວຽກແບບຊື່ສັດບໍລິສຸດ, ເພີ່ມທະວີບົດບາດຄວາມຮັບຜິດຊອບ ແລະ ລັກສະນະ ໂປ່ງໃສເພື່ອຮັບໃຊ້ສັງຄົມ ແລະ ພົນລະເມືອງ. ທ່ານປະທານາທິບໍດີ ລັດເຊຍກໍ່ເຊື່ອໝັ້ນວ່າ INCOSAI - 23 ຈະຊ່ວຍປັບປຸງການພົວພັນຮ່ວມມືລະຫວ່າງບັນດາສະມາຊິກໃນປະຊາຄົມ INCOSAI ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.

        ພິທີໄຂກໍ່ໄດ້ເຫັນປະຈັກຕາການມອບຮັບຕຳແໜ່ງປະທານ INCOSAI ລະຫວ່າງ ປະເທດ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ລັດເຊຍ. ພາຍຫຼັງພິທີໄຂ, ກອງປະຊຸມໃຫຍ່ໄດ້ຮັບຮອງເອົາກົດລະບຽບ INCOSAI - 23 ແລະ ໂຄງການດຳເນີນງານ, ເຫັນດີເປັນເອກະພາບເລືອກຕັ້ງເອົາ SAI ກາຊັກສະຖານເປັນຮອງປະທານກອງປະຊຸມໃຫຍ່ຄັ້ງທີ 23.

ຕອບກັບ

ຂ່າວ/ບົດ​ອື່ນ