ຫວຽດນາມ ເຂົ້າຮ່ວມກອງປະຊຸມແກ່ງແຍ້ງອາຊຽນ ຢູ່ສິງກະໂປ

ຫວຽດນາມ ເຂົ້າຮ່ວມກອງປະຊຸມແກ່ງແຍ້ງອາຊຽນ ຢູ່ສິງກະໂປ - ảnh 1
ທ່ານ​ລັດຖະມົນ​ຕີ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ
ສິງກະ​ໂປ Lim Hng Kiang
(ພາບ: vietnamplus.vn)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 04 – 05/07, ມີ​ເຈົ້າ​ໜ້າ​ທີ່​ລັດຖະບານ, ນັກຮຽນ​ຮູ້, ນັກ​ປາຖະກະຖາປະມານ​ 200 ທ່ານ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກອາຊຽນ ​ແລະ ບາງ​ປະ​ເທດ​ອື່ນ, ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແກ່ງ​ແຍ້​ງຄັ້ງ​ທີ 3 ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ສິງກະ​​ໂປ. ຄະນະ​ຜູ້​ແທນ​ຫວຽດນາມ, ​ໂດ​ຍທ່ານ ຫົວໜ້າ​ກົມ​ຄຸ້ມ​ຄອງ​ການແກ່ງ​ແຍ້​ງ (ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ) ​ແບກ​ວັນ​ໝຶ່ງ ນຳ​ໜ້າ, ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ດ້ວຍ​ຫົວ​ຂໍ້ວ່າ “ມຸ່ງ​ໄປ​ເຖິງ​ການເຊື່ອມ​ໂຍງ​​ເຂົ້າກັບ​ພາກ​ພື້ນ​ກ່ຽວ​ກັບ​ກົດໝາຍ ​ແລະ ນະ​ໂຍບາຍ​ແກ່ງ​ແຍ້ງ”, ກອງ​ປະຊຸມມີ​ວາລະ​ທາ​ບທາມ 4 ຄັ້ງ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ 2 ຄັ້ງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ, ວິທີ​ການ​ສຳ​ພັດ ​ແລະ ສິ່ງ​ທ້າ​ທາຍ​ຂ​ອງ​ວິວັດ​ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ກົດໝາຍ ​ແລະ ນະ​ໂຍບາຍ​ແກ່ງ​ແຍ້​ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນ​ຕີ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ສິງກະ​ໂປ Lim Hng Kiang ຢືນຢັນ​ວ່າ ກົນ​ໄກ​ແກ່ງ​ແຍ້​ງ​ຢ່າງແຂງ​ແຮງ ຈະ​ຊ່ວຍ​​ຊຸກຍູ້​ການ​ຜະລິດ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້ງຂອງ​ບັນດາ​ຕະຫຼາດ​ໃນ​ພາກ​ພື້ນ. ທ່ານ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ “ສ້າງກົດໝາຍວ່າ​ດ້ວຍການ​ແກ່ງ​ແຍ້​ງຂອງ​ແຕ່ລະ​ປະ​ເທດ​ສະມາຊິກ​ຢ່າງ​ກົມກຽວ ​ແລະ ເໝາະ​ສົມ” ຍ້ອນ “​ນີ້ບໍ່​ພຽງ​ແຕ່​ຊ່ວຍ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ພາຍ​ໃນ​ກຸ່ມ​ອາ​ຊຽນ ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ປັນ​ປຸງ​ລັກສະນະ​ແກ່ງ​ແຍ້​ງຂອງ​ອາຊຽນ ​ໃນ​ຕະຫຼາດ​ທົ່ວ​ໂລກ​ອີກ​ດ້ວຍ”. ມາ​ຮອດ​ປະຈຸ​ບັນ, ມີ 5 ​ໃນ​ຈຳນວນ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ໄດ້​ປະກາດ​ໃຊ້​ກົດ​ໝາຍ​ແກ່ງ​ແຍ້​ງ ​ແລະ ບັນດາ​ປະ​ເທດ​ຍັງ​ເຫຼືອ​ພວມ​ມານະ​ພະຍາຍາມ​ສຳ​ເລັດ​ເລື່ອງ​ປະກາດ​ໃຊ້​ເອກະ​ສານ​ກົດໝາຍ​ນີ້​ໃນ​ປີ 2015.
ຂ່າວ/ບົດ​ອື່ນ