ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ຍຸດ​ທະ​ສາດ Zapad-2021 ໃນ​ຖາ​ນະ​ເປັນ​ຜູ້​ສັງ​ເກດ​ການ

(VOVWORLD) -ບັນດາກຸ່ມນາຍທະຫານຮ່ວມສູ້ຮົບ ອຸດເບກິດສະຖານ, ປາກິດສະຖານ ແລະ ສີລານກາ ເຂົ້າຮ່ວມໃນສະມາຊິກກອງບັນຊາການການຊ້ອນຮົບຮ່ວມ
ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ຍຸດ​ທະ​ສາດ Zapad-2021 ໃນ​ຖາ​ນະ​ເປັນ​ຜູ້​ສັງ​ເກດ​ການ - ảnh 1ທ່ານປະທານາທິບໍດີ ລັດເຊຍ Putin ຕິດຕາມການຊ້ອມຮົບຮ່ວມ (ພາບ: Tass)

ວັນທີ 13 ກັນຍາ, ໄລຍະສຳຄັນທີ່ສຸດຂອງການຊ້ອມຮົບຮ່ວມຍຸດທະສາດ Zapad-2021 ໄດ້ດຳເນີນຢູ່ ສະໜາມຫັດແອບ Mulino, ຂຶ້ນກັບແຂວງ Nizhny Novgorod ຂອງປະເທດນີ້, ໂດຍມີການເຂົ້າຮ່ວມຂອງບັນດາກົມກອງເຂດທະຫານ ທາງພາກຕາເວັນອອກ ສະຫະພັນລັດເຊຍ, ກອງທັບບັນດາປະເທດ ອາກເມເນຍ, ເບລາຣຸດ, ອິນເດຍ, ກາຊັກສະຖານ, ກຽກກິດສະຖານ ແລະ ມົງໂກນ. ບັນດາກຸ່ມນາຍທະຫານຮ່ວມສູ້ຮົບ ອຸດເບກິດສະຖານ, ປາກິດສະຖານ ແລະ ສີລານກາ ເຂົ້າຮ່ວມໃນສະມາຊິກກອງບັນຊາການການຊ້ອນຮົບຮ່ວມ, ໃນຂະນະທີ່ຜູ້ຕາງໜ້າກອງທັບຫວຽດນາມ, ຈີນ ແລະ ມຽນມາເຂົ້າຮ່ວມໃນຖານະເປັນຜູ້ສັງເກດການ. ການຊ້ອນຮົບຮ່ວມ Zapal – 2021 ໄດ້ດຳເນີນຢູ່ ສະໜາມຫັດແອບ 9 ແຫ່ງຂອງລັດເຊຍ ແລະ 5 ແຫ່ງຂອງ ເບລາຣຸດ. ການຊ້ອມຮົບຮ່ວມມີການເຂົ້າຮ່ວມຂອງນາຍທະຫານ 200.000 ຄົນ, ເຮືອບິນ ແລະ ເຮລີກອບເຕີກ່ວາ 80 ລຳ, ລົດຖັງ ກ່ວາ 290 ຄັນ…

ຕອບກັບ

ຂ່າວ/ບົດ​ອື່ນ