ຫວຽດນາມ ເຂົ້າຮ່ວມຄະນະບໍລິຫານງານສະຫະສະມາຄົມກາເຟ ອາຊີ

(VOVWORLD) -ວັນທີ 27 ພະຈິກ, ສະຫະສະມາຄົມກາເຟ ອາຊີ (ACA) ໄດ້ຮັບການສ້າງຕັ້ງຂຶ້ນຢູ່ ນະຄອນມາງຊື, ແຂວງຢຸນນານ, ປະເທດຈີນ.
ຫວຽດນາມ ເຂົ້າຮ່ວມຄະນະບໍລິຫານງານສະຫະສະມາຄົມກາເຟ ອາຊີ - ảnh 1 (ພາບປະກອບ: daklak24h.com.vn)

ທີ່ກອງປະຊຸມສ້າງຕັ້ງ ACA, ຜູ້ຕ່າງໜ້າຂອງ 13 ປະເທດ ລວມທັງ: ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ຫວຽດນາມ, ມຽນມາ, ມາເລເຊຍ, ໄທ, ອິນໂດເນເຊຍ, ອິນເດຍ, ເນປານ, ສີລັງກາ, ຊາອຸດິອາຣັບບີ ແລະ ຕວກກີ ໄດ້ຖືກຄັດເລືອກເຂົ້າໃນ ຄະນະກຳມະການບໍລິຫານງານສະຫະສະມາຄົມ. ຜູ້ຕາງໜ້າປະເທດຈີນ ໄດ້ຖືກແຕ່ງຕັ້ງເປັນປະທານຄົນທຳອິດຂອງ ACA.

        ຫຼັກມູນຂອງ ACA ແມ່ນການເປີດກວ້າງບັນດາການເຄື່ອນໄຫວຂອງຂະແໜງອາຊີບທີ່ກ່ຽວຂ້ອງເຖິງກາເຟ ຢູ່ອາຊີ ກໍ່ຄືທົ່ວໂລກ, ການວາງແຜນຍຸດທະສາດຍົກລະດັບ ແລະ ພັດທະນາຂະແໜງອຸດສາຫະກຳກາເຟ ອາຊີ, ພ້ອມທັງຊຸກຍູ້ການເພີ່ມລາຍຮັບ ແລະ ສ້າງຄວາມຮັ່ງມີໃຫ້ຊາວກະສິກອນປູກກາເຟ. ACA ໂດຍກວ່າ 20 ປະເທດອາຊີເຂົ້າຮ່ວມ, ໃນນັ້ນມີ ຈີນ, ຫວຽດນາມ ແລະ ໄທ, ສະເໜີສ້າງຕັ້ງຂຶ້ນໃນປີ 2015, ໄດ້ລົງທະບຽນຢູ່ນະຄອນ ໂກລົມໂບ ຂອງປະເທດສີລັງກາ ໃນເດືອນກໍລະກົດ ຜ່ານມາ. ຫ້ອງການຜູ້ຕາງໜ້າໜຶ່ງດຽວຂອງອົງການຈັດຕັ້ງນີ້ ປະຈຸບັນໄດ້ຕັ້ງຢູ່ ນະຄອນຄຸນໝິງ , ເມືອງເອກຂອງ ແຂວງຢຸນນານ. ດ້ວຍພົນລະເມືອງຫຼວງຫຼາຍ ແລະ ຄວາມຕ້ອງການຈຳໜ່າຍກາເຟນັບມື້ນັບສູງ, ອາຊີ ໄດ້ມີຄວາມຫວັງຈະກາຍເປັນກຳລັງໜູນໃໝ່ຂອງຂະແໜງອຸດສາຫະກຳກາເຟທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ