ຫວຽດນາມ ເຂົ້າຮ່ວມງານຕະຫຼດນັດທ່ອງທ່ຽວສາກົນຢູ່ Brussels

ຫວຽດນາມ ເຂົ້າຮ່ວມງານຕະຫຼດນັດທ່ອງທ່ຽວສາກົນຢູ່ Brussels - ảnh 1
( ພາບປະກອບ )
( vovworld.vn ) ຫວຽດນາມ​ ຫາ​ກໍເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຄັ້ງ​ທີ 53, ​ເຊິ່ງຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 6 ກຸມພາ ຢູ່​ນະຄອນຫຼວງ Brussels ປະ​ເທດ ​ແບນ​ຊິກ. ຫົວ​ຂໍ້​ຂອງ​ປີທ່ອງ​ທ່ຽວ 2012 ນີ້​ແມ່ນ ໝູ່ບ້ານ​ອາຊີ - ປາຊີ​ຟິກ. ບັນດາ​ສະມາຊິກ​ຂອງ ໝູ່ບ້ານ​ອາຊີ - ປາຊີ​ຟິກ ​ໄດ້​ນຳ​ບັນຍາກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່​ຂອງ​ງານ​ບຸນ​ເຂດ​ຮ້ອນ​ດ້ວຍ​ບັນດາ​ລາຍການ​ສະ​ແດງ​​ເຂັ້ມ​ຂົ້ນ​ໄປ​ດ້ວຍລັດ​ສະ​ນະ​ສີສັນ​ວັດທະນະທຳຂອງ​ແຕ່ລະ​ປະ​ເທດ​ຄື​ດົນຕີ​ພື້ນ​ເມືອງມາສະ​ແດງ​ທີ່​ຕະຫຼາດ​ບັດ. ຫວຽດນາມ​ ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ປີ​ນີ້ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ​ຂອງ​ບໍລິສັດ​ການ​ບິນ​ແຫ່ງ​ຊາດ ຫວຽ​ດນາມ Airlines. ນີ້​ແມ່ນ​ໜື່ງ​ໃນ​ບັນດາຮ້ານ​ວາງສະ​ແດງ​ທີ່​ໄດ້ດຶງ​ດູດ​ແຂກ​ມາ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫຼາຍ. ຫວຽດນາມ ​ແມ່ນ​ໜື່ງ​ໃນ​ຈຳນວນ 10 ປະ​ເທດ ​ທີ່ຄະນະ​ຈັດ​ຕັ້ງ ​ແລະ ຊ່ອງ​ໂທລະພາບ Escape Travel ​ເຊີນ​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ກັບ​ແຂກ​ຢ້ຽມ​ຊົມ​ເພື່ອ​ໂຄສະນາ​ຈຸດ​ວັດທະນະທຳ​, ການທ່ອງທ່ຽວ ​ແລະ ອາຫານ​ການ​ກິນ ​ທີ່ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກ​ສະ​ນະ​ພິ​ເສດສະ​ເພາະ​.
ຂ່າວ/ບົດ​ອື່ນ