ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດການກຸສົນຢູ່ ຍີ່ປຸ່ນ

(VOVWORLD) - ສະຫະພັນແມ່ຍິງສະຖານທູດ ຫວຽດນາມ ເຂົ້າຮ່ວມງານບຸນດ້ວຍບັນດາຮ້ານວາງສະແດງຂາຍເຍື່ອງອາຫານພື້ນເມືອງ ແລະ ເຄື່ອງຫັດຖະກຳສິລະປະຄື: ແພໄໝ, ຜະລິດຕະພັນສີເຄືອບ, ພາບປັກແສ່ວ…

ງານຕະຫລາດນັດການກຸສົນຄັ້ງທີ 43 ຂອງສະຫະພັນແມ່ຍິງ ອາຊີ - ປາຊີຟິກ (ALFS) ໄດ້ດຳເນີນໃນວັນທີ 10 ເມສາ, ຢູ່ນະຄອນຫລວງ ໂຕກຽວ, ຍີ່ປຸ່ນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີໃຫຍ່ສຸດຂອງສະຫະພັນແມ່ຍິງ ອາຊີ - ປາຊີຟິກ, ດ້ວຍເປົ້າໝາຍແມ່ນບໍລິຈາກເງິນໃຫ້ແກ່ບັນດາການເຄື່ອນໄຫວກຸສົນ ແລະ ກູ້ຊ່ວຍ, ຊ່ວຍເຫຼືອແມ່ຍິງ, ເດັກນ້ອຍຢູ່ບັນດາປະເທດສະມາຊິກ.

ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດການກຸສົນຢູ່ ຍີ່ປຸ່ນ - ảnh 1 ຮ້ານວາງສະແດງຂອງ ຫວຽດນາມ (ພາບ: TTXVN)

        ໃນຂອບເຂດງານຕະຫລາດນັດ, ປະເທດເຈົ້າພາບ ຍີ່ປຸ່ນ, ສະຖານທູດບັນດາປະເທດສະມາຊິກສະຫະພັນແມ່ຍິງ ອາຊີ - ປາຊີຟິກ, ບັນດາຫົວໜ່ວຍອຸປະຖຳໄດ້ສ້າງກອງທຶນການກຸສົນ ໂດຍຜ່ານການຄ້າຂາຍບັນດາຜະລິດຕະພັນເຄື່ອງຫັດຖະກຳ, ເຍື່ອງອາຫານພື້ນເມືອງຂອງບັນດາປະເທດ. ສະຫະພັນແມ່ຍິງສະຖານທູດ ຫວຽດນາມ ເຂົ້າຮ່ວມງານບຸນດ້ວຍບັນດາຮ້ານວາງສະແດງຂາຍເຍື່ອງອາຫານພື້ນເມືອງ ແລະ ເຄື່ອງຫັດຖະກຳສິລະປະຄື: ແພໄໝ, ຜະລິດຕະພັນສີເຄືອບ, ພາບປັກແສ່ວ…ບັນດາຮ້ານວາງສະແດງຂາຍເຄື່ອງຂອງ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກຜູ້ເຂົ້າຮ່ວມງານຕະຫລາດນັດເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ