ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດການຄ້າເອເລັກໂຕນິກໃຫຍ່ທີ່ສຸດໃນໂລກ

(VOVWORLD) -ງານຕະຫຼາດນັດດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ແຫ່ງ ແລະ ຜູ້ຊົມ 7.000 ຄົນ
ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດການຄ້າເອເລັກໂຕນິກໃຫຍ່ທີ່ສຸດໃນໂລກ - ảnh 1ຜະລິດຕະພັນຂອງ ຫວຽດນາມ ທີ່ວາງສະແດງຢູ່ງານຕະຫຼາດນັດ
(ພາບ: Vietnam+)

ມີວິສາຫະກິດຫວຽດນາມ 14 ແຫ່ງໄດ້ແນະນຳບັນດາຜະລິດຕະພັນຫຼາກຫຼາຍຮູບແບບນັບແຕ່ຜະລິດຕະພັນກະເສດ, ເຄື່ອງຫັດຖະກຳ ຕະຫຼອດຮອດບັນດາຜະລິດຕະພັນທ່ອງທ່ຽວ ແລະ ການບໍລິການເຂດອຸດສາຫະກຳທີ່ງານຕະຫຼາດນັດໃຫຍ່ທີ່ສຸດໃນໂລກ ທີ່ຈັດສະເພາະໃຫ້ວິສາຫະກິດຂາຍສິນຄ້າທາງອອນລາຍ “White Label World Expo London 2022”.

ໂດຍໄດ້ດຳເນີນໃນລະຫວ່າງວັນທີ 02 – 03 ມີນາ ຢູ່ສູນງານຕະຫຼາດນັດວາງສະແດງ Expo ຢູ່ London, ລາຊະອານາຈັກ ອັງກິດ, ງານຕະຫຼາດນັດດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ແຫ່ງ ແລະ ຜູ້ຊົມ 7.000 ຄົນ, ນີ້ແມ່ນກາລະໂອກາດໃຫຍ່ຫຼວງເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ, ຊອກຫາຄູ່ຮ່ວມມື ແລະ ກາລະໂອກາດສົ່ງອອກຢູ່ຕະຫຼາດ ອັງກິດ ແລະ ເອີລົບ.

ຮ້ານວາງສະແດງຂອງ ຫວຽດນາມ ທີ່ງານຕະຫຼາດນີ້, ມີຜະລິດຕະພັນຫຼາກຫຼາຍຮູບ ແບບຄື: ກາເຟ, ໝາກມ່ວງຫິມະພານ, ໝາກໄມ້ອົບແຫ້ງ, ເຄື່ອງສິລະປະຫັດຖະກຳ... ໄດ້ດຶງດູດວິສາຫະກິດ ແລະ ຜູ້ມາຢ້ຽມຊົມເປັນຈຳນວນຫຼາຍ.

ທີ່ງານຕະຫຼາດນັດທົ່ວໂລກນີ້, ບັນດາວິສາຫະກິດ ຫວຽດນາມ ແລະ ຄູ່ຮ່ວມມື ອັງກິດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືດ້ານເສດຖະກິດຍຸດທະສາດ ດ້ວຍມູນຄ່າ 300 ລ້ານປອນ (ສະກຸນເງິນອັງກິດ).

ຕອບກັບ

ຂ່າວ/ບົດ​ອື່ນ