ຫວຽດ​ນາມ​ ເຂົ້າ​ຮ່ວມສະ​ພາ​​ຄວາມ​ໝັ້ນ​ຄົງ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການມະນຸດສະທຳ ຢູ່ ຊີ​ຣີ

(VOVWORLD) -ມາດຕະການຍາວນານເພື່ອຫຼຸດພົ້ນອອກຈາກວິກິດການປະຈຸບັນແມ່ນຊຸກຍູ້ມາດຕະການດ້ານການເມືອງຮອບດ້ານໃຫ້ ຊີຣີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ຫວຽດ​ນາມ​ ເຂົ້າ​ຮ່ວມສະ​ພາ​​ຄວາມ​ໝັ້ນ​ຄົງ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການມະນຸດສະທຳ ຢູ່ ຊີ​ຣີ - ảnh 1 ກອງປະຊຸມປະຈຳເດືອນຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳ ຢູ່ ຊີຣີ (ພາບ: UN)

ໃນວັນທີ 29 ມິຖຸນາ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມປະຈຳເດືອນຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳ ຢູ່ ຊີຣີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ສະໜອງການໜູນຊ່ວຍມະນຸດສະທຳໃຫ້ແກ່ ຊີຣີ ແລະ ເນັ້ນໜັກວ່າຈຳເປັນຕ້ອງມີຄວາມເຫັນດີໃນບັນຫາໜູນຊ່ວຍມະນຸດສະທຳ. ທ່ານ ດັ້ງດິ່ງກຸ໊ຍ ຢັ້ງຢືນວ່າ ມາດຕະການຍາວນານເພື່ອຫຼຸດພົ້ນອອກຈາກວິກິດການປະຈຸບັນແມ່ນຊຸກຍູ້ມາດຕະການດ້ານການເມືອງຮອບດ້ານໃຫ້ ຊີຣີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ໃນກໍ່ວັນດຽວກັນ, ສະພາຄວາມໝັ້ນຄົງກໍ່ເຫັນດີຮັບຮອງເອົາມະຕິ 2530 ວ່າດ້ວຍການຕໍ່ກຳນົດເວລາໜ້າທີ່ໃຫ້ກຳລັງຜູ້ສັງເກດການຂອງສະຫະປະຊາຊາດຢູ່ ພູພຽງ Golan ເຖິງວັນທີ 31 ທັນວາ ປີ 2020 ເພື່ອສືບຕໍ່ການໜູນຊ່ວຍຮັກສາຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ຊີຣີ ແລະ  ຕິດຕາມກວດກາ ການປະຕິບັດຂໍ້ຕົກລົງຖອນກຳລັງຂອງ ສອງປະເທດນີ້ຢູ່ພູພຽງ Golan.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ