ຫວຽດນາມ ເຂົ້າຮ່ວມເວທີປາໄສ Davos ລະດູຮ້ອນ 2014

ຫວຽດນາມ ເຂົ້າຮ່ວມເວທີປາໄສ Davos ລະດູຮ້ອນ 2014 - ảnh 1
ເວທີ​ປາ​ໄສ Davos ລະດູ​ຮ້ອນ 2014
(ພາບ: TTXVN)


(vovworld) – ​​ເວທີ​ປາ​ໄສ Davos ລະດູ​ຮ້ອນ 2014 ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ຄຸນຄ່າຜ່ານ​ຫົວຄິດ​ປະດິດ​ສ້າງ” ​ຖືກ​ໄຂ​ຂຶ້ນ​​ໃນ​ວັນ​ທີ 10/09, ຢູ່​ນະຄອນ​ທ່າກຳ​ປັ່ນສິນ​ຈຽງ, ຈີນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຟ້າ​ມກົງ​ຕ້າກ ນຳ​ໜ້າ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ.

        ຕາມ​ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມກົງ​ຕ້າກ ​ແລ້ວ, ນີ້​ແມ່ນ​ເວທີ​ປາ​ໄສ​ເປີດ, ​ເຕົ້າ​ໂຮມ​ບັນດາ​ນັກທຸລະກິດ, ນັກ​ການ​ເມືອງ, ນັກຮຽນ​ຮູ້, ນັກ​ຄົ້ນຄວ້າ, ກຸ່ມ​ບໍລິສັດ ​ແລະ ອົງການ​ຈັດ​ຕັ້ງສາກົນ. ທີ່​ເວທີ​ປາ​ໄສ, ມີ​ນັກຮຽນ​ຮູ້​ຫຼາຍ​ທ່ານ​ໄດ້​ຍົກ​ອອກ​ຂໍ້​ສັງ​ເກດ​ວ່າ ​ເສດຖະກິດ​ໂລກ​ພວມ​​​ສ້າງ​ຮູບ​ຖານ​ຄືນ​ໃໝ່ ​ເພື່ອ​ປະກົດມີ​ບັນດາ​ເຕັກ​ໂນ​ໂລ​ຊີ​ໃໝ່ ຫຼື ບັນດາ​ການ​ປ່ຽນ​ແປງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ ຄື​ການ​ປະກົດ​ວັດ​ຖຸ​ອຸປະກອນໃໝ່… ຫວຽດນາມ ປາດ​ຖະໜາ​ວ່າ, ຜ່ານ​ເວທີ​ປ​າ​ໄສ​ນີ້ ສາມາດ​ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ​ໃຫ້​ພື້ນຖານ​ເສດຖະກິດ​ຫວຽດນາມ ຕໍ່ໜ້າ​ບັນດາການ​ປ່ຽນ​ແປງ ​ແລະ ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ