ຫວຽດນາມ ເຂົ້າຮ່ວມເວທີປາໄສຮ່ວມມືວັດທະນະທຳອາຊີ 2013

ຫວຽດນາມ ເຂົ້າຮ່ວມເວທີປາໄສຮ່ວມມືວັດທະນະທຳອາຊີ 2013 - ảnh 1
(ພາບປະກອບ)

(vovworld) - ເວທີ​ປາ​ໄສ​ຮ່ວມ​ມື​ວັດທະນະທຳ​ອາຊີ 2013 (ACCF 2013) ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 14/11 ຢູ່​​ເຂດ​ບໍລິຫານ​ພິ​ເສດຮົ່ງ​ກົງ, ປະ​ເທດ​ຈີນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ ທີ່​ມີ​ບັນດາພື້ນຖານວັດທະນະທຳ​ດີ​ເດັ່ນ​ໃນ​ພາກ​ພື້ນ.

        ກ່າວ​ຄຳ​ເຫ​ັນທີ່​ເວທີ​ປາ​ໄສ, ທ່ານ​ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໂຮ່​ແອ​ງຕ໋ວນ ຊີ້​ແຈ້ງ​ຄວາມ​ສຳຄັນ​ຂອງ​ວັດທະນະທຳ​ເວົ້າ​ລວມ ​ແລະ ວັນນະຄະ​ດີ​ເວົ້າ​ສະ​ເພາະ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພັດທະນາ​ຂອງ​ມະນຸດ. ຫວຽດນາມ ກໍ່​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຍົກ​ອອກ​ບັນດ​ານະ​ໂຍບາຍ​ສະໜັບສະໜູນ, ສົ່ງ​ເສີມ​ຫົວຄິດ​ປະດິດ​ສ້າງ​ໃນສິລະ​ປະວັນນະຄະ​ດີ, ພ້ອມ​ທັງປົກ​ປ້ອງບັນດາບົດ​ປະພັນ ​ແລະ  ຊັບ​ສົມບັດດ້ານພູມປັນຍາ. ຫວຽດນາມ ສະ​ແດງຄວາມ​ປາດ​ຖະໜາ ຢາກ​ຢືນຢັນ​ວັດທະນະທຳ ​ແລະ ການ​ຮ່ວມ​ມື​ວັດທະນະທຳ​ອາຊີ ​ເພື່ອ​ສີສັນ ​ແລະ ການ​ພັດທະນາ​ຢ່າງ​ໝັ້ນ​ຄົງ​ໃນ​ສະພາບ​ການ​ໂລກາ​ພິວັດ.

        ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ມາດ​ຕະການ​​​ເພີ່ມ​ທະວີການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື ​ແລະ ​ເຊື່ອມ​ຕໍ່​ວັດທະນະທຳ, ພ້ອມ​ທັງ​ຢືນຢັນ​ວ່າ ​ເວທີ​ປາ​ໄສ​ຮ່ວມ​ມື​ວັດທະນະທຳ​ອາຊີ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ສຳຄັນ​ລະຫວ່າງ​ບັນດາ​ພື້ນຖານ​ວັດທະນະທຳໃນ​ພາກ​ພື້ນ, ຊ່ວຍ​ຊຸກຍູ້​ການ​ໂຄສະນາ​ບັນດາ​ຈຸດ​ວັດທະນະທຳ, ປະຫວັດສາດ​ຂອງ​ແຕ່​ລະ​ປະ​ເທດ​ສະມາຊິກ ກໍ່​ຄື​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງປະຊາຊົນ​ປະ​ເທດຕ່າງໆ.

ຂ່າວ/ບົດ​ອື່ນ