ຫວຽດນາມ - ເຊຍລາເລອອນ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​

(VOVWORLD) -ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເຊຍລາເລອອນ Edward Hinga Sandy ສະແດງຄວາມປະທັບໃຈຕໍ່ບັນດາຜົນງານການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ ໃນຊຸມປີຜ່ານມານີ້; ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບາງຈຸດຄ້າຍຄືກັນ ທາງດ້ານການຄ້າ, ບັນດາວິສາຫະກິດ ຫວຽດນາມ ມີໂອກາດລົງທຶນຫລາຍ ຢູ່  ເຊຍລາເລອອນ ແລະ  ເຊຍລາເລອອນ ສາມາດມາລົງທຶນຢູ່ ຫວຽດນາມ.
ຫວຽດນາມ - ເຊຍລາເລອອນ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ - ảnh 1ທ່ານປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຝ້າມເຕິ່ນກົງ (ພາບ: TTXVN)

ຕອນເຊົ້າວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນເວທີປາໄສ ວິສາຫະກິດ ຫວຽດນາມ - ເຊຍລາເລອອນ ເຫດການໄດ້ຈັດຂຶ້ນໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ປະທານາທິບໍດີ ເຊຍລາເລອອນ ທ່ານ Julius Maada Bio.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຝ້າມເຕິ່ນກົງ ຫວັງວ່າ ຫວຽດນາມ ດ້ວຍທີ່ຕັ້ງເປັນປະຕູເຂົ້າສູ່ອາຊີຕາເວັນອອກສ່ຽງໃຕ້, ຈະສືບຕໍ່ໄດ້ຮັບຄວາມສົນໃຈເຂົ້າມາລົງທຶນຈາກບັນດາວິສາຫະກິດ ເຊຍລາເລອອນ ໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ຫວັງວ່າວິສາຫະກິດສອງປະເທດຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຊອກຫາກາລະໂອກາດຮ່ວມມື, ການພົວພັນແລກປ່ຽນການຄ້າ, ຊອກຮູ້ກ່ຽວກັບບາງປາງປະເພດສິນຄ້າທີ່ມີທ່າແຮງຂອງກັນ ແລະ ກັນ.

ສ່ວນ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເຊຍລາເລອອນ Edward Hinga Sandy ສະແດງຄວາມປະທັບໃຈຕໍ່ບັນດາຜົນງານການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ ໃນຊຸມປີຜ່ານມານີ້; ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບາງຈຸດຄ້າຍຄືກັນ ທາງດ້ານການຄ້າ, ບັນດາວິສາຫະກິດ ຫວຽດນາມ ມີໂອກາດລົງທຶນຫລາຍ ຢູ່  ເຊຍລາເລອອນ ແລະ  ເຊຍລາເລອອນ ສາມາດມາລົງທຶນຢູ່ ຫວຽດນາມ.

ເນື່ອງໃນໂອກາດນີ້, ບໍລິສັດ Lyoa Global ຂອງ ເຊຍລາເລອອນ ແລະ ບໍລິສັດຫຸ້ນສ່ວນລົງທຶນກໍ່ສ້າງ SJC ຫວຽດນາມ ໄດ້ລົງນາມສັນຍາຮ່ວມມື, ຜ່ານນັ້ນເພື່ອແນໃສ່ສ້າງໂອກາດ ແລະ ການຄ້າການລົງທຶນໃຫ້ວິສາຫະກິດ ຫວຽດນາມ ໄປເຄື່ອນໄຫວຢູ່ ເຊຍລາເລອອນ,  ບັນດາປະເທດອື່ນໆຢູ່ ທະວີບອາຟຼິກາ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ