ຫວຽດ​ນາມ ເຊີດ​ຊູ​ບົດ​ບາດ​ຂອງ ແມ່​ຍິງ ໃນ​ການ​ຮັກ​ສາ, ສ້າງ​ສັນ​ຕິ​ພາບ

(VOVWORLD) -ວັນທີ 21 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືເປີດກ່ຽວກັບຫົວຂໍ້ “ລົງທຶນໃສ່ແມ່ຍິງ ໃນບັນຫາຮັກສາ ແລະ ສ້າງສັນຕິພາບ” ພາຍໃຕ້ການເປັນປະທານຂອງ ທ່ານນາງ Raychelle Omamo ລັດຖະມົນຕີກະຊວງການຕ່າງປະເທດ ເຄັນຍາ ຊຶ່ງແມ່ນປະເທດປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ ເດືອນ ຕຸລາ 2021.

ຫວຽດ​ນາມ ເຊີດ​ຊູ​ບົດ​ບາດ​ຂອງ ແມ່​ຍິງ ໃນ​ການ​ຮັກ​ສາ, ສ້າງ​ສັນ​ຕິ​ພາບ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າຕ້ອງຖືເປັນສຳຄັນຕໍ່ ບົດຮຽນ, ປະສົບການ, ຄວາມຮູ້, ຄວາມເຂົ້າໃຈ ແລະ ວິຊາສະເພາະຂອງ ແມ່ຍິງ ໃນທຸກຂົງເຂດ, ລວມມີ ສັນຕິພາບ ແລະ ຄວາມໝັ້ນຄົງ, ຕ້ອງລົບລ້າງຮົ້ວກີດຂວາງ, ສ້າງການຫັນປ່ຽນ ເພື່ອໃຫ້ແມ່ຍິງ ເປັນຄູ່ຮ່ວມມືທີ່ມີຄວາມສະເໝີພາບ ນັບແຕ່ຫົວທີ ໃນທຸກວິວັດການສ້າງສັນຕິພາບ ແລະ ການເມືອງ. ສິດ, ຜົນປະໂຫຍດ ແລະ ຄວາມຕ້ອງການຂອງແມ່ຍິງ ຕ້ອງໄດ້ຮັບປະກັນ ແລະ ຊຸກຍູ້ຢູ່ຂັ້ນທ້ອງຖິ່ນ, ປະເທດຊາດ ແລະ ສາກົນ. ແມ່ຍິງກໍ່ຄວນໄດ້ຮັບການປະກອບຄວາມຮູ້ ແລະທັກສະທີ່ຈຳເປັນ ເພື່ອເຂົ້າຮ່ວມຢ່າງມີຄວາມໝາຍໃນທຸກຂົງເຂດ ຂອງຊີວິດການເມືອງ, ສັງຄົມ ແລະ ເສດຖະກິດ.

ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ການເພີ່ມທະວີການເຂົ້າຮ່ວມ ຂອງ ແມ່ຍິງ ໃນທຸກຂົງເຂດ ຂອງຊີວິດ ແມ່ນ ບຸລິມະສິດແຖວໜ້າຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບນະໂຍບາຍ ແລະ ຜົນສຳເລັດຂອງ ຫວຽດນາມ ໃນຂົງເຂດດັ່ງກ່າວ ກໍ່ຄືການປະກອບສ່ວນຂອງ ນາຍທະຫານຍິງ ຫວຽດນາມ ເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ ຢູ່ ສ.ອາຟຼິກກາກາງ ແລະ ຊູດັງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ