ຫວຽດນາມ ເປີດກ້ວາງການພົວພັນ ຮ່ວມມືແລກປ່ຽນການຄ້າສາກົນ

ຫວຽດນາມ ເປີດກ້ວາງການພົວພັນ ຮ່ວມມືແລກປ່ຽນການຄ້າສາກົນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 21/5, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ສາຂານະຄອນ ​ໂຮ່ຈີ​ມິນ (VCCI - HCMC) ສົມທົບ​ກັບ​ກົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ (SBC) ຂອງ ສ ​ເກົາຫຼີ ຈັດ​ຕັ້ງ​ເວທີ​ປາ​ໄສ​ພົວພັນແລກປ່ຽນ​ການ​ຄ້າ ຫວຽດນາມ - ສ ​ເກົາຫຼີ. ຄະນະ​ວິ​ສາ​ຫະກິດ ສ ​ເກົາຫຼີ ຫວັງ​ວ່າ​ມີ​ໂອກາດ​ໄດ້ພົບ​ປະ​ແລກປ່ຽນ​ການຄ້າ​ກັບ​ວິ​ສາ​ຫະກິດ ຫວຽດນາມ, ສຳ​ຫຼວດສະພາບ​ແວດລ້ອມ​ແຫ່ງ​ການ​ລົງທຶນ - ດຳ​ເນີນ​ທຸລະ​ກິດ, ຊອກ​ຫາ​ຄູ່​ຮ່ວມ​ມື.

    ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຮ່ວມ​ມືດ້ານ​ວິທະຍາສາດ ຝຣັ່ງ - ຫວຽດນາມ, ທ່ານ Michel Laurent, ປະທານ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເພື່ອ​ການ​ພັດທະນາ​ຝຣັ່ງ (IRD), ໄດ້ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະ​ຫວ່າງ​ວັນ​ທີ 22 – 24/5. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Michel Laurent ​ໄດ້ເປັນ​ປະທານ​ພິທີ​ເຊັນ 2 ສັນຍາແມ່ 2 ສະບັບເພື່ອແນໃສ່ເພີ່ມທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານວິທະຍາສາດ ຝຣັ່ງ ​- ຫວຽດນາມ. ທ່ານ Michel Laurent ຍັງ​ເຂົ້າ​ຮ່ວມ​ບັນດາການ​ເຄື່ອນ​ໄຫວ​ຕົ້ນຕໍ່​ຄື: ພິທີ​ສະ​ເໜີ​ຕົວ​ໂຄງການ ​ເອີ​ລົບ NOPOOR, ຢ້ຽມຊົມຫ້ອງ​ທົດ​ລອງ​ຮ່ວມສຳພັນສາກົນ RICE, ພົບ​ປະ​ກັບປະທານ​ບັນດາ​ສະຖາບັນມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.​.​​.

ຂ່າວ/ບົດ​ອື່ນ