ຫວຽດ​ນາມ ເປີດກວ້າງ​ປະ​ຕູ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

(VOVWORLD) -ຫວຽດນາມ ໄດ້ຍົກເລີກຂໍ້ກຳນົດກ່ຽວກັບການແຍກຕົວສຳລັບແຂກທ່ອງທ່ຽວສາກົນແລ້ວ ເພື່ອແນໃສ່ສ້າງເງື່ອນໄຂດຶງດູດແຂກທ່ອງທ່ຽວ ໃນຄວາມມານະພະຍາຍາມເປີດປະຕູການທ່ອງທ່ຽວຄືນໃໝ່. ຊ່ອງຂໍ້ມູນຂ່າວຕ່າງໆໄດ້ໃຫ້ຄຳສະເໜີແນະແກ່ແຂກທ່ອງທ່ຽວວ່າ ຄວນໄປ ຫວຽດນາມ ເພື່ອຂີ່ລົດຖີບໄປທ່ຽວທົ່ວປະເທດ ຫວຽດນາມ ໃຊ້ເວລາປະມານ 1 ເດືອນ. 

ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ດວ່ານວັນຫວຽດ ໄດ້ເຊັນປະກາດໃຊ້ເອກະສານປະກາດແບບວິທີເປີດປະຕູເຄື່ອນໄຫວການທ່ອງທ່ຽວເຄື່ອນໄຫວຄືນໃໝ່ ຮັບປະກັນຄວາມປອດໄພ, ມີປະສິດທິຜົນໃນເງື່ອນໄຂປົກກະຕິໃໝ່.

        ແບບວິທີດັ່ງກ່າວແມ່ນມຸ່ງໄປເຖິງການຟື້ນຟູການເຄື່ອນໄຫວທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່ ດ້ວຍທິດນຳທີ່ວ່າ “ຮັບມືຢ່າງປອດໄພ, ຄ່ອງຕົວມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”, ເປີດປະຕູເຄື່ອນໄຫວການທ່ອງທ່ຽວສາກົນຄືນໃໝ່ ພາຍຫຼັງໄລຍະທົດລອງຜັນຂະຫຍາຍການຕ້ອນຮັບແຂກທ່ອງທ່ຽວສາກົນມາ ຫວຽດນາມ.

ຫວຽດ​ນາມ ເປີດກວ້າງ​ປະ​ຕູ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ - ảnh 1ຖ້ຽວບິນຂົນສົ່ງແຂກທ່ອງທ່ຽວຕ່າງປະເທດຖ້ຽວທຳອິດຈາກສິງກະໂປ ມາ ຫວຽດນາມ (ພາບ: Vietnam Airlines)
   ຕອນບ່າຍວັນທີ 16 ມີນາ, ຖ້ຽວບິນຂົນສົ່ງແຂກທ່ອງທ່ຽວຕ່າງປະເທດຖ້ຽວທຳອິດຈາກສິງກະໂປ ມາ ຫວຽດນາມ ພາຍຫຼັງທີ່ຜັນຂະຫຍາຍການເປີດປະຕູຕະຫຼາດແຂກທ່ອງທ່ຽວສາກົນຄືນໃໝ່ຢ່າງເປັນທາງການໃນວັນທີ 15 ມີນາ ແລະ ໄດ້ລົງຈອດຢູ່ສະໜາມບິນ ເຕິນເຊີນເຍິດ ນະຄອນ ໂຮ່ຈີມິນ ຢ່າງປອດໄພ.

        ໃນວັນດຽວກັນ, ມີຊ່ອງຂໍ້ມູນຂ່າວຫຼາຍຊ່ອງຂອງ ເຢຍລະມັນ ໄດ້ຄັດສະເໜີແຫຼ່ງຂ່າວຈາກ DPA ໂດຍໃຫ້ຮູ້ວ່າ ຫວຽດນາມ ໄດ້ຍົກເລີກຂໍ້ກຳນົດກ່ຽວກັບການແຍກຕົວສຳລັບແຂກທ່ອງທ່ຽວສາກົນແລ້ວ ເພື່ອແນໃສ່ສ້າງເງື່ອນໄຂດຶງດູດແຂກທ່ອງທ່ຽວ ໃນຄວາມມານະພະຍາຍາມເປີດປະຕູການທ່ອງທ່ຽວຄືນໃໝ່. ຊ່ອງຂໍ້ມູນຂ່າວຕ່າງໆໄດ້ໃຫ້ຄຳສະເໜີແນະແກ່ແຂກທ່ອງທ່ຽວວ່າ ຄວນໄປ ຫວຽດນາມ ເພື່ອຂີ່ລົດຖີບໄປທ່ຽວທົ່ວປະເທດ ຫວຽດນາມ ໃຊ້ເວລາປະມານ 1 ເດືອນ. ຫວຽດນາມ ເປັນປະເທດທີ່ມີທິວທັດທຳມະຊາດທີ່ຫຼາກຫຼາຍ ດ້ວຍພູຜາປ່າດົງ, ແມ່ນ້ຳລຳເຊ, ຫາດຊາຍທະເລ ແລະ ທົ່ງນາທີ່ສວຍງາມຫຼາຍແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ