ຫວຽດນາມ ເປັນຂົວຕໍ່ລະຫວ່າງ ASEAN - EAEU

(VOVWORLD) -ມີຫຼາຍຂົງເຂດເຊິ່ງບັນດາວິສາຫະກິດ ລັດເຊຍ ອາດຈະເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ ແລະ ຜ່ານ ຫວຽດນາມ ກ້າວເຂົ້າສູ່ຕະຫຼາດບັນດາປະເທດ ASEAN.


ວັນທີ 10 ພະຈິກ, ຢູ່ສູນການຂ່າວຂອງສຳນັກຂ່າວສານ REGNUM, ມົດສະກູ, ສະຫະພັນລັດເຊຍ, ໄດ້ດຳເນີນກອງປະຊຸມໂຕະມົນກ່ຽວກັບຫົວຂໍ້ “ແຫຼ່ງຊັບພະຍາກອນອາຊຽນໃນເງື່ອນໄຂພູມສາດດ້ານການເມືອງໃໝ່”, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງ ASEAN ແລະ ກອງປະຊຸມສຸດຍອດໃກ້ຈະມາເຖິງຂອງອົງການນີ້ ຢູ່ຟີລິບປິນ. ຕາມ ທ່ານຜູ້ອຳນວຍການສະພາດຳເນີນທຸລະກິດ ລັດເຊຍ - ASEAN, ຫ້ອງການອຸດສາຫະກຳ ແລະ ການຄ້າ ລັດເຊຍ, Victor Tarusin ແລ້ວ, ບັນດາສະມາຊິກໃນສະພາພວມພິຈາລະນາບັນດາວິທີການເພື່ອແຊກຊຶມເຂົ້າຕະຫຼາດ ASEAN, ເຊິ່ງແມ່ນບ່ອນທີ່ ຫວຽດນາມ ເປັນໜຶ່ງໃນບັນດາຂົງເຂດມີແງ່ຫວັງກວ່າໝູ່. ມີຫຼາຍຂົງເຂດເຊິ່ງບັນດາວິສາຫະກິດ ລັດເຊຍ ອາດຈະເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ ແລະ ຜ່ານ ຫວຽດນາມ ກ້າວເຂົ້າສູ່ຕະຫຼາດບັນດາປະເທດ ASEAN. ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ລັດເຊຍ, ປະເທດນີ້ຄວນເພີ່ມທະວີການນຳໃຊ້ບັນດາຄວາມສາມາດເຊິ່ງ ASEAN ນຳມາໃຫ້, ໃນນັ້ນມີປັດໄຈມິດຕະພາບແບບພິເສດກັບ ຫວຽດນາມ.

        ຜູ້ແທນເຂົ້າຮ່ວມກອງປະຊຸມຫຼາຍທ່ານຕີລາຄາສູງບົດບາດຂອງ ຫວຽດນາມ, ຖື ຫວຽດນາມແມ່ນຂົວຕໍ່ທີ່ສຳຄັນລະຫວ່າງ ASEAN ແລະ ພັນທະມິດເສດຖະກິດ ອາຊີ - ເອີຣົບ (EAEU), ເປີດກວ້າງພາກພື້ນການຄ້າເສລີຂອງ EAEU ໃຫ້ທົ່ວເຖິງຂົງເຂດອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍເພື່ອຫຼຸດຜ່ອນບັນດາການລົງໂທດຕ້ານ ລັດເຊຍ ໂດຍອີງໃສ່ບັນດາເຄື່ອງມືຂອງ ASEAN. ດັ່ງນັ້ນ, ລັດເຊຍ ຄວນສະເໜີໃຫ້ບັນດາຄູ່ຮ່ວມມືຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ລວມມີ: ຫວຽດນາມ, ຟີລິບປິນ, ອິນໂດເນເຊຍ, ສິງກະໂປ ແລະ ບັນດາປະເທດອື່ນໆໃນ “ASEAN 10” ໂຄງການດຳເນີນງານໃໝ່, ສ້າງຄວາມສາມາດໃນການເຊື່ອມຕໍ່ກັບບັນດາປະເທດກ່ຽວກັບການພົວພັນດ້ານເສດຖະກິດ, ການສຶກສາ, ວັດທະນະທຳ - ມະນຸດສະທຳ.


ຕອບກັບ

ຂ່າວ/ບົດ​ອື່ນ