ຫວຽດນາມ ເປັນຄັ້ງທຳອິດເຂົ້າຮ່ວມກອງປະຊຸມຂອງ AALCO ດ້ວຍຖານະເປັນສະມາຊິກທາງການ

(VOVWORLD) -ວັນທີ 02/05 ໄດ້ດຳເນີນພິທີໄຂກອງປະຊຸມປະຈຳປີຄັ້ງທີ 56 ຂອງອົງການທາບທາມ ກົດໝາຍ ອາຊີ - ອາຟຣິກາ (AALCO) ຢູ່ Nairobi ປະເທດ Kenya

ຫວຽດນາມ ເປັນຄັ້ງທຳອິດເຂົ້າຮ່ວມກອງປະຊຸມຂອງ AALCO ດ້ວຍຖານະເປັນສະມາຊິກທາງການ - ảnh 1

 ຫວຽດນາມ ເປັນຄັ້ງທຳອິດເຂົ້າຮ່ວມກອງປະຊຸມຂອງ AALCO (ພາບ: ອິນເຕີແນັດ)


ຫວຽດນາມ ເປັນຄັ້ງທຳອິດເຂົ້າຮ່ວມກອງປະຊຸມຂອງ AALCO ດ້ວຍຖານະເປັນສະມາຊິກທາງການ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໂຕນຊິງແທງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມ ແລະ ການປະກອບສ່ວນສຳຄັນຂອງ AALCO ໃນເລື່ອງສ້າງເງື່ອນໄຂໃຫ້ແກ່ບັນດາປະເທດສະມາຊິກປຶກສາຫາລືບັນດາບັນຫານິຕິທຳສາກົນ ທີ່ກ່ຽວຂ້ອງເຖິງຜົນປະໂຫຍດຂອງບັນດາປະເທດຢູ່ ອາຊີ ແລະ ອາຟຣິກາ, ຍົກອອກບັນດາຂໍ້ສະເໜີແນະຕໍ່ລັດຖະບານບັນດາປະເທດນີ້ ກໍ່ຄືເຜີຍແຜ່ທັດສະນະຂອງ AALCO ເຖິງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ. ທ່ານເອກອັກຄະລັດຖະທູດ ໂຕນຊິງແທງ ຢືນຢັນຄືນໃໝ່ວ່າ ດ້ວຍຖານະເປັນສະມາຊິກທາງການຂອງ AALCO, ຫວຽດນາມ ໃຫ້ຄຳໝັ້ນສັນຍາມານະພະຍາຍາມຮ່ວມມືກັບບັນດາປະເທດສະມາຊິກ ແລະ ຄະນະເລຂາ AALCO ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດຂອງ AALCO, ເໝາະສົມກັບກົດລະບຽບ ແລະ ຫຼັກການຂອງອົງການນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ