ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດໃໝ່ຂອງ ຝລັ່ງ ຢູ່ທະວີບອາຊີ

ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດໃໝ່ຂອງ ຝລັ່ງ ຢູ່ທະວີບອາຊີ - ảnh 1
ກອງ​ປະ​ຊູ​ມສຳ​ມະ​ນາ “ ຫວຽດນາມ - ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ໃໝ່ຂອງ ຝລັ່ງ ຢູ່​ທະວີບອາຊີ

(vovworld) - ມີຫຼາຍ​ໂອກາດ​ລົງທຶນດຳ​ເນີນ​ທຸລະ​ກິດ​ໄດ້​ເປີດ​ອອກພາຍຫຼັງ​ການ​ຢ້ຽມຢາມ​ຝລັ່ງຂອງ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢູງ ດ້ວຍ​ເລື່ອງ​ສອງ​ປະ​ເທດ​ລົງລາຍ​​ເຊັນ​ໃນ​ຂໍ້​ຕົກລົງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ນັ້ນ​​ແມ່ນຂໍ້​ສັງ​ເກດ​ລວມຂອງ​ບັນດາ​ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະ​ຊູ​ມສຳ​ມະ​ນາ “ ຫວຽດນາມ - ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ໃໝ່ຂອງ ຝລັ່ງ ຢູ່​ທະວີບອາຊີ “ ​ເຊິ່ງຈັດຕັ້ງ​ໃນວັນ​ທີ 5/11 ທີ່​ໂຮງຮຽນ ESSEC, ໜຶ່ງ​ໃນ​ຫ້າ​ໂຮງຮຽນ​ບໍລິຫານ​ທຸລະ​ກິດ​ອັນ​ດັບໜຶ່ງຂອງຝລັ່ງ.ກ່າວຄຳເຫັນທີ່ກອງປະຊູມສຳ​ມະ​ນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ​ ປະຈຳ​ ຝລັ່ງ  ​ເຢືອງຈີ໋ຢູງ ​ເນັ້ນໜັກ ​ເຖິງສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບຫຼາຍຄູ່​ຮ່ວມ​ມື, ຫຼາຍ​ອົງການ​ໃຫຍ່ຢູ່​ໃນ​ໂລກ ​ແລະ ​ໃນ​ພາກພື້ນ; ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ພິ​ເສດ​​ເຖິງ​ສາຍ​ພົວພັນ​ກັບ ປະ​ເທດ ຝລັ່ງ ​ເວົ້າສະ​ເພາະ, ທະວີບ​ເອີຣົບ​ເວົ້າລວມ. ກ່ຽວກັບ​ຄວາມໝາຍຂອງ​ ກອງ​ປະ​ຊູ​ມສຳ​ມະ​ນາ “ ຫວຽດນາມ - ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ໃໝ່ຂອງ ຝລັ່ງ ຢູ່​ທະວີບອາຊີ “ ,  ທ່ານ ເຢືອງຈີ໋ຢູງ ​ໃຫ້​ຮູ້​ວ່າ :

     “ ນີ້​ແມ່ນ​ໂອກາດ​ສຳຄັນ​​ເພື່ອໃຫ້ພວກ​ເຮົາ​ໂຄສະນາ, ​ແນະນຳ​ໃຫ້​ເພື່ອນ​ມິດ​ກ່ຽວກັບ​ການ​ພັດທະນາ​ໃໝ່ຂອງ​ປະ​ເທດ​ເຮົາ, ພິ​ເສດ​ແມ່ນ​ເສດຖະກິດ, ​ເພື່ອ​ເວົ້າ​ແຈ້ງ, ​ໄຈ້​ແຍກຢ່າງ​ເລີກ​ເຊິ່ງກ່ຽວກັບ​ຄວາມໝາຍຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສອງ​ປະ​ເທດ​ຫາ​ກໍ່​ເຊັນກັນ, ​ໃນນັ້ນຂອບ​ເຂດ​ການ​ຮ່ວມ​ມື​ດ້ານເສດຖະກິດ​ລົງ​ທຶນ​ການ​ຄ້າ​ແມ່ນສຳຄັນ​ທີ່​ສຸດ “

              

ຂ່າວ/ບົດ​ອື່ນ