ຫວຽດ​ນາມ ​ເປັນ​ປະ​ເທດ​ທີ່​ມີ​ຄວາ​ມ​ຮັບ​ຜິດ​ຊອບ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂ​ອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ຫດການສົນທິສັນຍາສາກົນ (Treaty Event) ໄດ້ດຳເນີນໃນວັນທີ 27 ກັນຍາ, ຢູ່ນອກວາລະປຶກສາຫາລືຂັ້ນສູງຂຶ້ນກັບກອງປະຊຸມຄັ້ງທີ 74 ຂອງສະມັດຊາໃຫຍ່ ສປຊ, ຢູ່ ນິວຢອກ, ປະເທດ ອາເມລິກາ. 
ຫວຽດ​ນາມ ​ເປັນ​ປະ​ເທດ​ທີ່​ມີ​ຄວາ​ມ​ຮັບ​ຜິດ​ຊອບ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂ​ອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ຫວຽດນາມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ມອບ ສຳເນົາເອກະສານ Kigali ສະບັບປັບປຸ່ງ, ເພິ່ມເຕີມໃຫ້ແກ່ຜູ້ຕາງໜ້າ ສປຊ 

ເທີ່ເຫດການນີ້, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ຫວຽດນາມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ມອບ ສຳເນົາເອກະສານ Kigali ສະບັບປັບປຸງ, ເພິ່ມເຕີມທີ່ຂຶ້ນກັບອະນຸສັນຍາ Montreal ວ່າດ້ວຍບັນດາທາດທີ່ເຮັດໃຫ້ ຊັ້ນ Ozon ຊຸດໂຊມລົງ ເຊິ່ງໄດ້ຮັບການໃຫ້ສັດຕະຍາບັນຈາກລັດຖະບານ ຫວຽດນາມໃຫ້ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres.  ດ້ວຍການມອບສຳເນົາເອກະສານດັ່ງກ່າວ, ຫວຽດນາມກາຍເປັນປະເທດ ທີ 82 ໃນໂລກທີ່ໃຫ້ສັດຕະຍາບັນເອກະສານສະບັບປັບປຸງ.

ຕອບກັບ

ຂ່າວ/ບົດ​ອື່ນ