ຫວຽດນາມ ເປັນເຈົ້າການເຂົ້າຮ່ວມ ການເຄື່ອນໄຫວໃນສະພາສິດທິມະນຸດສະຫະປະຊາຊາດ

ຫວຽດນາມ ເປັນເຈົ້າການເຂົ້າຮ່ວມ ການເຄື່ອນໄຫວໃນສະພາສິດທິມະນຸດສະຫະປະຊາຊາດ - ảnh 1
(ພາບປະກອບ)

(vovworld) -     ທີ່​ກອງ​ປະຊຸມ​ຄັ້ງ​ທີ 21 ຂອງສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​​ເຊິ່ງ​ດຳ​ເນີນ​ແຕ່​ວັນ​ທີ 10/9 – 28/9, ຢູ່ Geneva, ປະ​ເທດ​ສະ​ວິດ, ທີ່ຫາ​ກໍ​ສິ້ນ​ສຸດ​ລົງ​​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ຫວຽດນາມ ​ໄດ້​ຮັບການຕີ​ລາຄາ​ວ່າ ມີ​ຄວາມຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ເພື່ອ​ກ້າວ​​ໄປ​ເຖິງ​​ເລື່ອງອອກ​ສະ​ໝັ້ກຮັບ​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດອາຍຸ​ການ 2014 – 2016. ທ່ານ​ເອກ​ອັກຄະ​ລັດຖະທູດ Nguyen Trung Thanh, ຫົວໜ້າ​ຄະນະ​ຜູ້​ຕ່າງ​ໜ້າ​ປະຈຳ​ຫວຽດນາມ ຄຽງ​ຂ້າງ​ອົງການ​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ສາກົນ​ອື່ນໆ, ຕ່າງ​ໜ້າ​ໃຫ້​ແກ່​ຫວຽດນາມ​ ເຂົ້າຮ່ວມ​ກອງ​ປະຊຸມ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ Nguyen Trung Thanh ​ໃຫ້​ຮູ້​ວ່າ, ຫວຽດນາມ ຕັດສິນ​ໃຈ​ເພື່ອ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ໃຫ້​ແກ່​ບັນດາ​ອົງການຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ; ຍາມ​ໃດ​ຫວຽດນາມ ກໍ​ມຸ່ງ​ໄປ​ເຖິງ​ການ​ປະສານສົມທົບ​ ​ແລະ ຮ່ວມ​ມື​ຢ່າງກວ້າງ​ຂວາງ​ກັບ​ທຸກໆ​ປະ​ເທດ ​ແລະ ບັນດາ​ພື້ນຖານ​ເສດຖະກິດ​​ໃນ​ການຊຸກຍູ້​ພາລະກິດ​ລວມ ​ແລະ ​ແບ່ງປັນ​ບັນດາ​ຈຸດໝາຍ​ຮັບປະກັນ​ສັນຕິພາບ, ຄວາມ​ໝັ້ນຄົງ, ວັດ​ຖະນາ​ຖາວອນ ​ແລະ ການພັດທະ​ນາ​ມະນຸດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ຮ່ວມ​ມື​ຢ່າງ​ແຮງ​ຈາກ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງສາກົນ​ໃນ​ການ​ຊຸກຍູ້ ​ແລະ ປົກ​ປັກ​ຮັກສາ​ບັນດາ​ສິດ​ຂອງ​ມະນຸດ.

ຂ່າວ/ບົດ​ອື່ນ