ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

(VOVWORLD) - ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.
ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025 - ảnh 1ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດັ້ງກວັກແຄ໊ງ ຖ່າຍຮູບກັບເຈົ້າໜ້າທີ່ບາງປະເທດເຂົ້າຮ່ວມກອງປະຊຸມ

ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດັ້ງກວັກແຄ໊ງ ນຳໜ້າຄະນະຜູ້ແທນ ຫວຽດນາມ ຫາກໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ  2030 (P4G) ຄັ້ງທີ 3, ຢູ່ ນະຄອນ Bogota, ປະເທດ Colombia ໃນລະຫວ່າງວັນທີ 22 – 23 ກັນຍາ.

        ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

        ທີ່ກອງປະຊຸມ, ຫວຽດນາມ ໄດ້ຮັບສິດເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງທີ 4 ໃນປີ 2025. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດັ້ງກວັກແຄ໊ງ ຢັ້ງຢືນວ່າ: ຫວຽດນາມ ຈະມານະພະຍາຍາມຢ່າງສູງສຸດ ແລະ ຫວັງວ່າ Colombia ແລະ ບັນດາປະເທດຄູ່ຮ່ວມມືແບ່ງປັນບົດຮຽນກໍ່ຄືໜູນຊ່ວຍ ຫວຽດນາມ ຮັບໜ້າທີ່ນີ້ໃຫ້ບັນລຸຜົນສຳເລັດຢ່າງຈົບງາມ. ທ່ານລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ຈະຊຸກຍູ້ໂຄງການດຳເນີນງານຂອງກອງປະຊຸມໃຫ້ເໝາະສົມກັບບັນດາບຸລິມະສິດຂອງບັນດາປະເທດ P4G ກໍ່ຄືຄວາມສົນໃຈຂອງທົ່ວໂລກ…

ຕອບກັບ

ຂ່າວ/ບົດ​ອື່ນ