ຫວຽດນາມ ເພີ່ມທະວີການປ້ອງກັນ, ຕ້ານໂລກໄຂ້ຫວັດສັດປີກ A (H7N9) ແລະ A (H5N1)

ຫວຽດນາມ ເພີ່ມທະວີການປ້ອງກັນ, ຕ້ານໂລກໄຂ້ຫວັດສັດປີກ A (H7N9) ແລະ A (H5N1) - ảnh 1
ພາບປະກອບ

(vovworld) – ວັນ​ທີ 15/4, ລັດຖະບານ ຫວຽດນາມ ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃນ​ທ່ົວ​ປະ​ເທດ​ເພີ່ມ​ທະວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ໄຂ້ຫວັດ​ສັດ​ປີກ A (H7N9) ​ແລະ A (H5N1). ​ໃນ​ສານ​ສົ່ງ​ເຖິງ​ບັນດາ​ກະຊວງ, ຂະ​ແໜງ​ການ​ເມື່ອ​ວັນ​ທີ 15/4, ລັດຖະບານ​ຮຽກ​ຮ້ອງ​ໃຫ້​ບັນດາ​ອົງການ​ສື່ສານ, ຄະນະ​ກຳມະການ​ປະຊາຊົນ​ ​ແຂວງ, ນະຄອນ​ຕ່າງໆ, ພິ​ເສດ​ແມ່ນ​ບັນດາ​ແຂວງ​ຊາຍ​ແດນ​ທາງ​ພາກ​ເໜືອ ​ແລະ ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້, ​ໃຫ້​ຂ່າວ​ເປັນ​ປະຈຳ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ເລື່ອງ​ຄ້າ​ເຖື່ອນ, ຂົນ​ສົ່ງ ​ແລະ ຈຳໜ່າຍສັດ​ປີກ, ຜະລິດ​ຕະພັນ​ຈາດ​ສັດ​ປີກທີ່​ມີຕໍ່​ສຸ​ຂະ​ພາບ​ຂ​ອງປະຊາຊົນ. ລັດຖະບານ​ກໍ່​ໄດ້​ມອບ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຕິດຕາມ​ກວດກາ​ຢ່າງ​ລະອຽດ​ສະພາບ​ການ​ໄຂ້ຫວັດ A (H5N1) ​ແລະ A (H7N9) ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໃຫ້​ຂ່າວ​ຢ່າງ​ທັນ​ການ​ຊ່ວຍ​ໃຫ້​​ປະຊາຊົນ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ໄພ​​ແຜ່​ລະບາດ, ຜົນ​ຮ້າຍ​ຂອງ​ໄຂ້​ຫວັດ​ສັດ​ປີກ​ຊະນິດ​ຕ່າງໆ, ວິທີ​ປ້ອງ​ກັນ​ ​ແລະ ຕ້ານໄຂ້ຫວັດ​ສັດ​ປີກ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 15/4, ຈີນ ​ໄດ້​ປະກາດ ມີ​ກໍລະນີ​ໜຶ່ງ​ອີກຖືກ​ເສຍ​ຊີວິດ​ຍ້ອນ ​ໄວ​ຣັດ​ໄຂ້ຫວັດ​ສັດ​ປີກ H7N9, ຍົກ​ຍ​ອດຈຳນວນ​ຜູ້​ເສຍ​ຊີວິດຍ້ອນ​ໄວຣັດ​ໃໝ່​​ຢູ່​ປະ​ເທດ​ນີ້​ຂຶ້ນ​ເຖິງ 14 ຄົນ. ນອກ​ຈາກນັ້ນ, ຍັງ​ມີ 3 ກໍລະນີ​ຕິດ​ແປດ​ໃໝ່​ຢູ່​ແຂວງ​ຕ່າງໆ​ຂອງ​ ຈີນ ​ໃນ​ວັນ​ທີ 15/4. ຮອດ​ປະຈຸ​ບັນ, ຍອດ​ຈຳນວນ​ກໍລະນີ​ຕິດ​ແປດ​ໄວຣັດ​ໄຂ້ຫວັດ H7N9 ​​​ໃນ​ທ່ົວ​ປະ​ເທດ ຈີນ ​ແມ່ນ​ຂຶ້ນ​ເຖິງ 63 ກໍລະນີ, ​ໃນ​ນັ້ນ​ສູງ​ກ່ວາ​ໝູ່​ແມ່ນ​ຢູ່ ຊຽງ​ໄຮ ດ້ວຍ 24 ກໍລະນີ.

 

 

 


ຂ່າວ/ບົດ​ອື່ນ