ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

(VOVWORLD) - ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບ UNESCO ແລະ ບັນດາປະເທດສະມາຊິກ
ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ ພົບປະກັບທ່ານປະທານຄະນະກຳມະການມໍລະດົກໂລກ Vishal Sharma
(ພາບ: TTXVN)

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 10 ສະມັດຊາໃຫຍ່ສົນທິສັນຍາ 2003 ກ່ຽວກັບການອະນຸລັກຮັກສາມໍລະດົກບໍ່ເປັນວັດຖຸ (ສົນທິສັນຍາ 2003), ແຕ່ວັນທີ 11 ຫາ 12 ມິຖຸນາ, ຢູ່ ປາຣີ, ປະເທດ ຝລັ່ງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ໄດ້ມີບັນດາການພົບປະ, ເຮັດວຽກກັບການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າ, ອົງການຈັດຕັ້ງອື່ນ, ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ.

        ທີ່ບັນດາການເຮັດວຽກ, ພົບປະ, ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບ UNESCO ແລະ ບັນດາປະເທດສະມາຊິກ, ກໍຄືບົດບາດ, ການປະກອບສ່ວນສຳຄັນ, ມີປະສິດທິຜົນຂອງ ຫວຽດນາມ ໃນວຽກງານລວມຂອງອົງການ. ບັນດາປະເທດເນັ້ນໜັກວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຜັນຂະຫຍາຍໂຄງການຮ່ວມມືຂອງ UNESCO ທີ່ບັນລຸປະສິດທິຜົນ, ເປັນແບບຢ່າງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ, ການພັດທະນາເສດຖະກິດ ແລະ ການຫາເງິນລ້ຽງຊີບຂອງປະຊາຊົນ.

        ສ່ວນທ່ານຮອງລັດຖະມົນຕີ ຮ່າກິມງອັກ ສະເໜີໃຫ້ບັນດາປະເທດ ແລະ UNESCO ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດການສຶກສາ, ວັດທະນະທຳ, ວິທະຍາສາດ…

ຕອບກັບ

ຂ່າວ/ບົດ​ອື່ນ