ຫວຽດ​ນາມ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ UNDP, WHO ໃນ​ການ​ປັບ​ປຸງ​ຄຸນ​ນະ​ພາບ​ອາ​ກາດ

(VOVWORLD) - ທີ່ການຕ້ອນຮັບ, ຜູ້ຕາງໜ້າ UNDP ແລະ WHO ໃຫ້ຮູ້ວ່າ ສອງຝ່າຍພວມສຸມໃສ່ໜູນຊ່ວຍ ຫວຽດນາມ ໃນ 5 ຂົງເຂດຫຼັກທີ່ກ່ຽວຂ້ອງເຖິງການມົນລະພິດອາກາດ, ລວມມີ: ສ້າງນະໂຍບາຍ ແລະ ຂອບນິຕິກຳໃຫ້ສົມບູນ, ສ້າງລະບົບສັງເກດ ແລະ ແຈ້ງເຕືອນໂດຍໄວ; ຄົ້ນຄ້ວາ ແລະ ກວດນັບການປ່ອຍອາຍພິດ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ. 
ຫວຽດ​ນາມ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ UNDP, WHO ໃນ​ການ​ປັບ​ປຸງ​ຄຸນ​ນະ​ພາບ​ອາ​ກາດ - ảnh 1ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ   ໃຫ້ການຕ້ອນຮັບ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ, ແລະ ທ່ານນາງ Angela Pratt ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ຢູ່ຫວຽດນາມ (ພາບ: VGP)

ຕອນເຊົ້າວັນທີ 11 ມີນາ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ, ແລະ ທ່ານນາງ Angela Pratt ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ຢູ່ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມືໃນການປັບປຸງຄຸນນະພາບອາກາດ.

ທີ່ການຕ້ອນຮັບ, ຜູ້ຕາງໜ້າ UNDP ແລະ WHO ໃຫ້ຮູ້ວ່າ ສອງຝ່າຍພວມສຸມໃສ່ໜູນຊ່ວຍ ຫວຽດນາມ ໃນ 5 ຂົງເຂດຫຼັກທີ່ກ່ຽວຂ້ອງເຖິງການມົນລະພິດອາກາດ, ລວມມີ: ສ້າງນະໂຍບາຍ ແລະ ຂອບນິຕິກຳໃຫ້ສົມບູນ, ສ້າງລະບົບສັງເກດ ແລະ ແຈ້ງເຕືອນໂດຍໄວ; ຄົ້ນຄ້ວາ ແລະ ກວດນັບການປ່ອຍອາຍພິດ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ. ທ່ານນາງ Ramla Khalidi ຢັ້ງຢືນວ່າ ເຖິງວ່າແຫຼ່ງກຳລັງໃນປັດຈຸບັນຍັງຈຳກັດ ຍ້ອນສະພາບການທົ່ວໂລກມີການຜັນແປຫຼາຍຢ່າງ, ແຕ່ UNDP ຍັງມານະພະຍາຍາມລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ ເພື່ອແນໃສ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມປັບປຸງຄຸນນະພາບອາກາດຢູ່ ຫວຽດນາມ ຢ່າງແທດຈິງ.

ໂດຍຕີລາຄາສູງບັນດາການໜູນຊ່ວຍຂອງ UNDP ແລະ WHO, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ UNDP ແລະ WHO ຢ່າງແໜ້ນແຟ້ນ, ພ້ອມກັນແລກປ່ຽນ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືໃໝ່ເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມືໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ