ຫວຽດນາມ ເພີ່ມທະວີຄວາມສາມາດ ສະສົມແຫ່ງຊາດ

ຫວຽດນາມ ເພີ່ມທະວີຄວາມສາມາດ ສະສົມແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) -     ນາຍົກລັດຖະມົນຕີຫາກໍ​ເຊັນຂໍ້​ຕົກລົງ​ອະນຸມັດ​ຜ່ານ​ຍຸດ​ທະ​ສາດ ພັດທະນາ​ການ​ສະ​ສົມ​ແຫ່ງ​ຊາດ​ຮອດ​ປີ 2020. ຕາມ​ຍຸດ​ທະ​ສາດ​ແລ້ວ, ຄວາມ​ສາມາດສະ​ສົມ​ແຫ່ງ​ຊາດ​ຈະ​​ໄດ້​ຮັບ​ການເພີ່ມ​ທະວີ, ຮັບປະກັນ​ຮອດ​ປີ 2015, ຍອດ​ລະດັບສະ​ສົມ​ແຫ່ງ​ຊາດ​ບັນລຸ​ປະມານ 0,8 – 1% GDP ​ແລະ ຮອດ​ປີ 2020 ບັນລຸ​ປະມານ 1,5% GDP. ກ່ຽວ​ກັບ​ລາຍ​ຊື່​ສິນຄ້າ​ສະ​ສົມ​ແຫ່ງ​ຊາດ​ຮອດ​ປີ 2020, ຍຸດ​ທະ​ສາດກຳ​ນົດ 5 ໝວດສິນຄ້າ, ​ໃນ​ນັ້ນ​ລວມມີ​ໝວດ​ສິນຄ້າ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ຮັບປະກັນ​ຊີວິດ​ສັ​ງຄົມ; ໝວດ​ສິນຄ້າ​ຮັບ​ໃຊ້ການ​ຮັບ​ມື​ກັບ​, ​ໄພພິບັດທຳ​ມະ​ຊາດ ​ແລະ ການ​ກູ້​ໄພ​ກູ້​ຊີບ; ໝວດ​ສິນຄ້າ​ຮັບ​ໃຊ້​ການ​ປ້ອງ​ກັນຊາ​ດ, ປ້ອ​ງກັນ​ຄວາມ​ສະຫງົບ, ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ ​ແລະ ໜູນ​ຊ່ວຍ​ຂົງ​ເຂດ​ອຸດສາຫະກຳ.

        ຍຸດ​ທະ​ສາດ​ຊີ້​ແຈ້ງວ່າ ຈະ​ຄົ້ນຄວ້າ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ​ແລະ ຮັບປະກັນ​ສິນຄ້າ​ສະ​ສົມ​ແຫ່ງ​ຊາດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ຮັກສາຜະລິດ​ຕະພັນ​ທີ່​ກ້າວໜ້າ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄຸນ​ນະພາ​ບສິນຄ້າ​ສະ​ສົມແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ