ຫວຽດ​ນາມ ເລີ່ມ​ດຳ​ເນີນ​ລາຍ​ການ “Live fully in Vietnam”ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ

(VOVWORLD) -ໃນວັນທີ 20 ພະຈິກ, ຝຸກວັກໄດ້ຕ້ອນຮັບແຂກທ່ອງທ່ຽວ ສ.ເກົາຫຼີ 204 ຄົນ ຕາມໂຄງການທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນ ທີ່ມີ “ Passport ວັກຊິນ”.
ຫວຽດ​ນາມ ເລີ່ມ​ດຳ​ເນີນ​ລາຍ​ການ “Live fully in Vietnam”ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ - ảnh 1ພາບປະກອບ: VGP

ເພື່ອເພີ່ມທະວີການໂຄສະນາເປີດປະຕູຕ້ອນຮັບແຂກທ່ອງທ່ຽວ, ກົມໃຫຍ່ການທ່ອງທ່ຽວໄດ້ຜັນຂະຫຍາຍບັ້ນສົ່ງເສີມ, ໂຄສະນາທີ່ມີຊື່ວ່າ “ Live fully in Vietnam” ຕິດພັນກັບຊຸດເຄື່ອງໝາຍການຄ້າການທ່ອງທ່ຽວ ແຫ່ງຊາດ : Vietnam Timeless Charm. ສານ “Live fully in Vietnam” ມີຄວາມໝາຍເຊື້ອເຊີນແຂກທ່ອງທ່ຽວສາກົນ ກັບມາ ຫວຽດນາມ, ໂດຍແມ່ນສະຖານທີ່ປອດໄພ ແລະ ດຶງດູດໃຈ, ເຕັມໄປດ້ວຍພະລັງຊີວິດ ດ້ວຍທຳມະຊາດທີ່ສວຍສົດງົດງາມ, ຫາດຊາຍທະເລທີ່ເຕັມໄປດ້ວຍແສງແດດລົມ, ພື້ນຖານວັດທະນະທຳທີ່ເຕັມໄປດ້ວຍສີສັນຊາດ.

ໃນວັນທີ 20 ພະຈິກ, ຝຸກວັກໄດ້ຕ້ອນຮັບແຂກທ່ອງທ່ຽວ ສ.ເກົາຫຼີ 204 ຄົນ ຕາມໂຄງການທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນ ທີ່ມີ “ Passport ວັກຊິນ”. ກ່າວຄຳເຫັນທີ່ພິທີຕ້ອນຮັບຄະນະແຂກທ່ອງທ່ຽວສາກົນ ຢູ່ສະໜາມບິນຝຸກວັກ ໃນວັນທີ 20 ພະຈິກ, ທ່ານ ຫງວຽນຈຸ່ງແຄັງ ຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ ນີ້ແມ່ນເຫດການເປີດສາກຢ່າງເປັນທາງການ, ປະກາດ ຫວຽດນາມ ຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ ກັບມາ ພາຍຫຼັງຖືກຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ມາເປັນເວລາເກືອບ 2 ປີ ແລະ ສ້າງບາດກ້າວໃໝ່ໃນຄວາມມານະພະຍາຍາມຟື້ນຟູຂະແໜງການທ່ອງທ່ຽວຂອງຫວຽດນາມ, ມຸ່ງໄປເຖິງການເປີດປະຕູ ແລະ ພັດທະນາເສດຖະກິດໃນສະພາບປົກກະຕິໃໝ່ ເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ