ຫວຽດ​ນາມ​ ແບ່ງ​ປັນ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ນິວ​ເຄຼຍ ຢູ່ ຢູ​ແກຼນ

(VOVWORLD) -ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ແບ່ງປັນຄວາມສົນໃຈຂອງບັນດາປະເທດກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງນິວເຄຼຍ ຢູ່ ຢູແກຼນ. 
ຫວຽດ​ນາມ​ ແບ່ງ​ປັນ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ນິວ​ເຄຼຍ ຢູ່ ຢູ​ແກຼນ - ảnh 1ໂຮງງານໄຟຟ້າ ນິວເຄຼຍ Zaporizhzhia ຢູ່ນະຄອນ Enerhodar, ຢູແກຼຍ ໄໝ້ ໃນວັນທີ 4/3/2022 (ພາບ:  AFP/TTXVN)

  ໃນລະຫວ່າງວັນທີ 2 – 3 ມີນາ 2022, ສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (IAEA) ໄດ້ໂຮມປະຊຸມໂດຍດ່ວນຕາມຂໍ້ສະເໜີຂອງ ການາດາ ແລະ ໂປໂລຍ ເພື່ອປຶກສາຫາລືກ່ຽວກັບຜົນກະທົບຈາກສະພາບການຢູ່ ຢູແກຼນ ຕໍ່ຄວາມປອດໄພ ແລະ ຄວາມໝັ້ນຄົງນິວເຄຼຍ ກໍຄືການເຄື່ອນໄຫວກວດການິວເຄຼຍ ຂອງ ອົງການ IAEA. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ຕາງໜ້າ ຫວຽດນາມ ປະຈຳ IAEA, ສະມາຊິກສະພາຜູ້ວ່າການ ໄລຍະ 2021 – 2023, ໃຫ້ຮູ້ວ່າ ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ແບ່ງປັນຄວາມສົນໃຈຂອງບັນດາປະເທດກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງນິວເຄຼຍ ຢູ່ ຢູແກຼນ. ຫວຽດນາມ ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ປະຕິບັດພັນທະຕາມກົດໝາຍສາກົນ ກໍຄື ປະຕິບັດມາດຕະຖານ ແລະ ຄຳແນະນຳຂອງອົງການ IAEA ກ່ຽວກັບການຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງນິວເຄຼຍ, ການກວດການິວເຄຼຍຢ່າງເຂັ້ມງວດ ເພື່ອຫຼີກລ້ຽງການເກີດບັນຫາຕາມມາ. ດ້ານອື່ນ, ຫວຽດນາມ ຢັ້ງຢືນວ່າ ອົງການ IAEA ແມ່ນອົງການສາກົນເອກະລາດ ໃນຂົງເຂດວິຊາສະເພາະກ່ຽວກັບການພັດທະນາ ແລະ ການໝູນໃຊ້ເຕັກໂນໂລຢີນິວເຄຼຍ ສະນັ້ນ ທຸກການເຄື່ອນໄຫວ ແລະ ຂໍ້ຕົກລົງຂອງ IAEA ຕ້ອງໄດ້ຮັບການພິຈາລະນາ ແລະ ຮັບຮອງເອົາ ບົນພື້ນຖານຕິດແທດກັບພາລະບົດບາດ, ໜ້າທີ່ຂອງອົງການນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ