ຫວຽດນາມ ແບ່ງປັນປະສົບການ ເພື່ອແນໃສ່ບັນລຸມາດຕະຖານໃນການເບິ່ງແຍງສຸຂະພາບຂອງປະຊາຊົນໃນທົ່ວປະເທດໃນປີ 2030

(VOVWORLD) - ກອງປະຊຸມຂັ້ນສູງກ່ຽວກັບການເບິ່ງແຍງດູແລສຸຂະພາບຂອງທົ່ວປວງຊົນໃນຂອບເຂດກອງປະຊຸມຄັ້ງທີ 74 ສະມັດຊາໃຫຍ່ ສປຊ ດ້ວຍຫົວຂໍ້ “ພ້ອມກັນສ້າງໂລກແຂງແຮງກວ່າ” ຖືກໄຂຂຶ້ນໃນວັນທີ 23 ກັນຍາ ຢູ່ສໍານັກງານ ສປຊ ຢູ່ນິວຢອກ, ປະເທດ ອາເມລິກາ.
ຫວຽດນາມ ແບ່ງປັນປະສົບການ ເພື່ອແນໃສ່ບັນລຸມາດຕະຖານໃນການເບິ່ງແຍງສຸຂະພາບຂອງປະຊາຊົນໃນທົ່ວປະເທດໃນປີ 2030 - ảnh 1ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນທິກິມຕຽ໊ນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN) 

        ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນທິກິມຕຽ໊ນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເນັ້ນໜັກວ່າ ການເບິ່ງແຍງດູແລສຸຂະພາບໃຫ້ທົ່ວປວງຊົນແມ່ນ ເສັ້ນທາງເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງກ່ຽວກັບສຸຂະພາບ, ທ່ານນາງ ຫງວຽນທິກິມຕ໊ຽນ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະຕິບັດ 10 ນະໂຍບາຍປະຕິຮູບຂະແໜງສາທາລະນະສຸກ ເພື່ອແນໃສ່ປັບປຸງປະສິດທິຜົນຂອງລະບົບສາທາລະນະສຸກ, ໂດຍສະເພາະແມ່ນປັບປຸງຄວາມສາມາດດ້ານວິຊາສະເພາະຂອງລະບົບສາທາລະນະສຸກຂັ້ນຮາກຖານ ເພື່ອສາມາດເບິ່ງແຍງດູແລສຸຂະພາບໃຫ້ທັງຄົນເຈັບ ແລະ ຜູ້ແຂງແຮງ. ປັດຈຸບັນ, ຫວຽດນາມ ໄດ້ດໍາເນີນການປະຕິຮູບກົນໄກການເມືອງ, ການລົງທຶນພື້ນຖານໂຄງລ່າງ ແລະ ບໍາລຸງສ້າງກໍາລັງພະຍາບານ, ແພດໝໍຢູ່ສູນການແພດຂັ້ນຮາກຖານ ເພື່ອຮັບປະກັນການເບິ່ງແຍງດູແລສຸຂະພາບໃຫ້ແກ່ທ່ົວປວງຊົນ. ພ້ອມກັນນັ້ນ, ບັນດານະໂຍບາຍປະຕິຮູບຂອງຫວຽດນາມ ກໍມຸ່ງໄປເຖິງເປົ້າໝາຍ ຖືຄົນເຈັບເປັນໃຈກາງ. ຕາມໝາກຜົນຂອງການຄົ້ນຄວ້າແບບເອກະລາດທີ່ຫາກໍໄດ້ປະກາດຫວ່າງມໍ່ໆມານີ້, ອັດຕາຄົນເຈັບມີຄວາມເພິ່ງພໍໃຈຕໍ່່ການບໍລິການສາທາລະນະສຸກຢູ່ຫວຽດນາມ ແມ່ນ 81%.


ຕອບກັບ

ຂ່າວ/ບົດ​ອື່ນ