ຫວຽດນາມ ແມ່ນຄູ່ຮ່ວມມື ຫຼັກແຫຼ່ງຂອງ ບຸນກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມື ຫຼັກແຫຼ່ງຂອງ ບຸນກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ພາບປະກອບ)
(vovworld) - ຕອນ​ບ່າຍ​ວັນ​ທີ 13 ສິງຫາ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ບຸນ​ກາຣີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.ບຸນ​ກາຣີ Kristian Vigenin ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ ຫວຽດນາມ ປະຈຳ ບຸນ​ກາຣີ ​ເລ​ດຶກ​ລິວ. ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸນ​ກາຣີ ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ຫຼັກ​ແຫຼ່ງຂອງ ບຸນ​ກາຣີ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບຸນ​ກາຣີ ​ແລະ ຫວຽດນາມ ຕ້ອງ​ຍາດ​ແຍ່ງ​ບັນດາ​ກາລະ​ໂອກາດ​ທີ່​ມີ​ຢູ່​ແລ້ວ​ເພື່ອ​ສືບ​ຕໍ່​ພັດທະນາ ​ແລະ ປັບປຸງ​ການ​ພົວພັນ 2 ຝ່າຍ ນັບ​ທັງ​ດ້ານ​ການ​ເມື​ອງ ກໍ່​ຄື​​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ Vigenin ​ເນັ້ນ​ໜັກ​ວ່າ ບຸນ​ກາຣີ ອາດ​ຈະ​ກາຍ​ເປັນ​ປັດ​ໃຈ​ຕັ້ງໜ້າ​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ ສະຫະພາບ​ເອີ​ລົບ (EU) ກັບ​ບັນດາ​ປະ​ເທດ​ອາຊີ ກໍ​ຄື​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຫວຽດນາມ - EU. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ດຶກ​ລິວ ຖື​ວ່າ, 2 ປະ​ເທດ​ຄວນ​ສືບ​ຕໍ່​ມານະ​ພະຍາຍາມ​ປັບປຸງ​ບັນດາ​ການ​ພົວພັນ 2 ຝ່າຍ​ກວ່າ​ອີກ ກໍ່​ຄື​ໃນ​ຂອບ​ເຂດ​​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ Kristian Vigenin ​ແລະ ທ່ານເອກ​ອັກຄະ​ລັດຖະທູດ ​ເລ​ດຶກ​ລິວ ລ້ວນ​ແຕ່​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຮູບ​ແບບ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ດ້ວຍ​ຈຸ​ດສຸມ​ແມ່ນ​ການ​ຄ້າ ​ແລະ ສົ່ງ​ເສີມ​ການ​ລົງທຶນ​ຈາກ 2 ປະ​ເທດ. ທ່ານເອກ​ອັກຄະ​ລັດຖະທູດ ​ເລ​ດຶກ​ລິວ ຍັງ​ເນັ້ນ​ໜັກ​ເຖິງ, ​ເລື່ອງ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ - ສຶກສາ.
ຂ່າວ/ບົດ​ອື່ນ