ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ລັດເຊຍ ຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ການຢ້ຽມຢາມ ຫວຽດນາມ ແມ່ນເພື່ອຢືນຢັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນລະດັບສູງລະຫວ່າງ 2 ປະເທດ ແລະ ການຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາເຄົາລົບບັນດາຫຼັກການພັດທະນາຂອງທັງ 2 ປະເທດ.
ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ລັດເຊຍ ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: AA/TTXVN)

        ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນຄັ້ງນີ້ ມີຄວາມໝາຍຢ່າງໃຫຍ່ຫຼວງຕໍ່ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ; ໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນດ້ານການເມືອງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ. ຕາມທ່ານນາງ Anna Kireeva, ຮອງສາດສະດາຈານວິຊາສະເພາະຝ່າຍຕາເວັນຕົກວິທະຍາ, ສັງກັດສະຖານບັ້ນຄົ້ນຄວ້າສາກົນ, ມະຫາວິທະຍາດໄລພົວພັນຕ່າງປະເທດ (ກະຊວງການຕ່າງປະເທດ ລັດເຊຍ) ແລ້ວ, ການຢ້ຽມຢາມ ຫວຽດນາມ ແມ່ນເພື່ອຢືນຢັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນລະດັບສູງລະຫວ່າງ 2 ປະເທດ ແລະ ການຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາເຄົາລົບບັນດາຫຼັກການພັດທະນາຂອງທັງ 2 ປະເທດ. ທ່ານນາງເນັ້ນໜັກວ່າ, ປະຈຸບັນແມ່ນຈຸດເວລາສຳຄັນເມື່ອ ລັດເຊຍ ພວມສ້າງໂຄງປະກອບການພົວພັນເສດຖະກິດການຕ່າງປະເທດຄືນໃໝ່. ໃນຂະນະນັ້ນ, ຫວຽດນາມ ແມ່ນປະເທດພວມພັດທະນາ, ແມ່ນພື້ນຖານເສດຖະກິດພວມພັດທະນາ ແລະ ສາມາດນຳມາເຊິ່ງບັນດາກາລະໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ ລັດເຊຍ ໃນແງ່ມູມ 2 ຝ່າຍ, ການຜະລິດ, ຂຸດຄົ້ນຕະຫຼາດທ່ອງທ່ຽວ… ກົງກັນຂ້າມ, ລັດເຊຍ ສາມາດສະໜອງໃຫ້ ຫວຽດນາມ ຄວາມສາມາດດ້ານເຕັກໂນໂລຊີດີຈີຕອນ, ກໍ່ສ້າງນະຄອນອັດສະລິຍະ ແລະ ພື້ນຖານໂຄງລ່າງເຂດຕົວເມືອງ. ທ່ານເນັ້ນໜັກວ່າ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ສຳລັບ ລັດເຊຍ ແລ້ວ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກໍຄືເປັນການຢືນຢັນວ່າ, ຫວຽດນາມ ແມ່ນບຸລິມະສິດສູງກວ່າໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ ເວົ້າລວມ ແລະ ບໍ່ພຽງແຕ່ຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ