ຫວຽດນາມ ແມ່ນຈຸດນັດພົບດູດດື່ມຂອງບັນດານັກລົງທຶນ

(VOVWORLD) -ມາຮອດປະຈຸບັນ, ບັນດານະໂຍບາຍເງິນຕາຂອງທະນາຄານແຫ່ງລັດ ຫວຽດນາມ ທີ່ຍົກອອກມາແມ່ນບັນລຸປະສິດທິຜົນດີພໍສົມຄວນ, ໄພເງິນເຟິ້ໄດ້ຮັກສາຢູ່ໃນລະດັບຕ່ຳກວ່າຫຼາຍປະເທດ.
ຫວຽດນາມ ແມ່ນຈຸດນັດພົບດູດດື່ມຂອງບັນດານັກລົງທຶນ - ảnh 1(ພາບປະກອບ: TTXVN)

        ຫວ່າງມໍ່ໆມານີ້, ເວັບໄຊ thaipublica.org ຂອງ ໄທ ໄດ້ລົງພິມບົດຂຽນໂດຍໃຫ້ຂໍ້ສັງເກດວ່າ, ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນການເຕີບໂຕເສດຖະກິດໃນຈຳນວນບັນດາປະເທດ ອາຊີ - ປາຊີຟິກ ແລະ ແມ່ນສະຖານທີ່ດູດດື່ມຂອງບັນດານັກລົງທຶນ ໄທ. ຕາມບົດຂຽນ, ມາຮອດປະຈຸບັນ, ບັນດານະໂຍບາຍເງິນຕາຂອງທະນາຄານແຫ່ງລັດ ຫວຽດນາມ ທີ່ຍົກອອກມາແມ່ນບັນລຸປະສິດທິຜົນດີພໍສົມຄວນ, ໄພເງິນເຟິ້ໄດ້ຮັກສາຢູ່ໃນລະດັບຕ່ຳກວ່າຫຼາຍປະເທດ. ປະຈຸບັນ, ໄທ ແມ່ນນັກລົງທຶນໃຫຍ່ອັນດັບທີ 9 ໃນຈຳນວນ 140 ປະເທດ ແລະ ເຂດແຄວ້ນເຂົ້າມາລົງທຶນຢູ່ ຫວຽດນາມ. ບົດຂຽນໃຫ້ຂໍ້ສັງເກດວ່າ, ຕະຫຼາດ ຫວຽດນາມ ແມ່ນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນ ໄທ ໃນກວ່າ 1 ທົດສະວັດຜ່ານມາ ແລະ ຄາດວ່າ, ການລົງທຶນຈະນັບມື້ນັບຫຼາຍຂຶ້ນໃນຊຸມປີຈະມາເຖິງ.

        ໜັງສືພິມໂລກ (die Welt) ຂອງ ເຢຍລະມັນ, ສະບັບອອກວັນທີ 09 ພະຈິກ,  ໄດ້ລົງພິມບົດຂຽນຍ້ອງຍໍນະໂຍບາຍຢ່າງມີປະສິດທິຜົນຂອງ ຫວຽດນາມ ໃນຊຸມປີຜ່ານມາ, ສ້າງສະພາບແວດລ້ອມແຫ່ງການດຶງດູດສຳລັບບັນດານັກລົງທຶນຕ່າງປະເທດ. ຕາມບົດຂຽນ, ຕົວຈິງໃຫ້ເຫັນວ່າ ຫວຽດນາມ ໄດ້ລົບລ້າງສະພາບອຶດຫິວທຸກຍາກ. ບົດຂຽນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ປະຈຸບັນແມ່ນໜຶ່ງໃນບັນດາປະເທດຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ດ້ວຍກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດ ແລະ ບັນດາຜູ້ເຮັດວຽກງານຢ່າງດຸໝັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ