ຫວຽດນາມ ແມ່ນປະຕູເຂົ້າຕະຫລາດ ອາຊີ

(VOVWORLD) - ສະຖານທູດ ໂປໂລຍ ປະຈຳ ຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສາຂານະຄອນ ໂຮ່ຈີມິນ ຈັດຕັ້ງເວທີປາໄສເສດຖະກິດ ຫວຽດນາມ - ໂປໂລຍ ໃນວັນທີ 30 ພະຈິກ.
ຫວຽດນາມ ແມ່ນປະຕູເຂົ້າຕະຫລາດ ອາຊີ - ảnh 1 ທ່ານ Andrzej Duda ປະທານາທິບໍດີ ສາທາລະນະລັດ ໂປໂລຍ (ພາບ: TTXVN)

ທີ່ເວທີປາໄສ, ມີວິສາຫະກິດ ຫວຽດນາມ ກ່ວາ 100 ແຫ່ງ ພ້ອມກັບບໍລິສັດ 30 ແຫ່ງທີ່ຂຶ້ນກັບບັນດາຂົງເຂດຄື: ການບິນ, ການຢາ, ສະບຽງອາຫານ, ຂຸດຄົ້ນແຮ່ທາດຂອງ ໂປໂລຍ ພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ຊອກຮູ້ບັນດາໂອກາດຮ່ວມມື.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Andrzej Duda ປະທານາທິບໍດີ ສາທາລະນະລັດ ໂປໂລຍ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນ 5 ຕະຫລາດທີ່ມີແງ່ຫວັງ ຊຶ່ງ ໂປໂລຍ ປາດຖະໜາຢາກລົງທຶນຮ່ວມມືເສດຖະກິດ, ພ້ອມທັງ ຊົມເຊີຍ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າ, ລົງທຶນເຂົ້າ ໂປໂລຍ. ທ່ານກໍ່ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະແມ່ນປະຕູເຂົ້າສູ່ ອາຊີ ຂອງ ໂປໂລຍ ແລະ ກົງກັນຂ້າມ, ໂປໂລຍ ແມ່ນປະຕູຂອງ ຫວຽດນາມ ເຂົ້າສູ່ ເອີຣົບ.

        ເນື່ອງໃນໂອກາດນີ້, ໂປໂລຍ ໄດ້ເປີດຫ້ອງການຕາງໜ້າການລົງທຶນ ແລະ ການຄ້າປະຈຳນະຄອນ ໂຮ່ຈີມິນ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ