ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ຄວາມ​ຮັ​ບ​ຜິດ​ຊອບ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

(VOVWORLD) -ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ເນັ້ນໜັ້ກວ່າ ການກຳເນີດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ມີຄວາມໝາຍສຳຄັນຕໍ່ທຸກປະເທດ, ນັບທັງປະເທດທີ່ມີທະເລ ຫຼື ບໍ່ມີ.
ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ຄວາມ​ຮັ​ບ​ຜິດ​ຊອບ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ - ảnh 1 ທ່ານ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ  ກ່າວຄຳເຫັນທີ່ກອງປະຊຸມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດວ້ຍທະເລ 1982 (UNCLOS 1982) (10/12/1982 – 10/12/2022), ຕອນເຊົ້າວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມໄດ້ຈັດຕັ້ງກອງປະຊຸມສຳມະນາ ສາກົນ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງ ສົນທິສັນຍາ. ມີນັກຊ່ຽວຊານ ທັງພາຍໃນ ແລະ ສາກົນຫຼາຍຄົນ ໄດ້ເຂົ້າຮ່ວມແບບເຊິ່ງໜ້າສົມທົບກັບແບບທາງໄກ ເພື່ອແນໃສ່ແບ່ງປັນທັດສະນະ ແລະ ເນັ້ນໜັກເຖິງບັນດາຄຸນຄ່າພິເສດຂອງສົນທິສັນຍາ ໃນສະພາບການປັດຈຸບັນ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ເນັ້ນໜັ້ກວ່າ ການກຳເນີດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ມີຄວາມໝາຍສຳຄັນຕໍ່ທຸກປະເທດ, ນັບທັງປະເທດທີ່ມີທະເລ ຫຼື ບໍ່ມີ.

ການກຳເນີດຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ໄດ້ສ້າງຂໍ້ກຳນົດກ່ຽວກັບສິດໄດ້ຊົມໃຊ້ເຂດທະເລຢ່າງຮອບດ້ານ ແລະ ເຖິງຖອງ ແລະ ວາງອອກບັນດາພື້ນຖານເພື່ອກຳນົດເຂດທະເລ, ແມ່ນບ່ອນອີງໃຫ້ແກ່ບັນດາປະເທດ ໃນການກຳນົດສິດອະທິປະໄຕ ແລະ ສິດອຳນາດສານຕໍ່ເຂດທະເລ. ພ້ອມທັງກຳນົດບັນດາກົນໄກແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ກໍ່ຄືການຂັດແຍ່ງທີ່ເກີດຂຶ້ນລະຫວ່າງບັນດາປະເທດ ທີ່ກ່ຽວຂ້ອງ ເຖິງການອະທິບາຍ ຫຼືນຳໃຊ້ສົນທິສັນຍາ.

        ທ່ານ ຫງວຽນມິງຫວູ ຢັ້ງຢືນວ່າ ນັບແຕ່ເວລາເຂົ້າຮ່ວມ UNCLOS 1982 ເມື່ອ  ປີ 1994, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າແມ່ນປະເທດທີ່ມີຄວາມຮັບຜິດຊອບ ໃນການປະຕິບັດກົດໝາຍວ່າດ້ວຍທະເລສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ