ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມອັນດັບໜຶ່ງຂອງຊາວ ສ.ເກົາຫຼີ

(VOVWORLD) - ແຂກທ່ອງທ່ຽວສ.ເກົາຫຼີ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດມີອາກາດອົບອຸ່ນ ແລະ ລາຍຈ່າຍຂ້ອນຂ້າງຕ່ຳເມື່ອທຽບໃສ່ ສ.ເກົາຫຼີ.
ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມອັນດັບໜຶ່ງຂອງຊາວ ສ.ເກົາຫຼີ - ảnh 1(ພາບປະກອບ: TTXVN)

        ອົງການຮັບຜິດຊອບການເຂົ້າ-ອອກເມືອງ ຂຶ້ນກັບກະຊວງຍຸຕິທຳ ສ.ເກົາຫຼີ ໄດ້ປະກາດຕົວເລກຊີ້ໃຫ້ເຫັນວ່າ, ໃນໄລຍະ 9 ເດືອນຜ່ານມາ, ຊາວ ສ.ເກົາຫຼີ ໄປທ່ອງທ່ຽວຕ່າງປະເທດໄດ້ເພີ່ມຂຶ້ນຢ່າງແຮງ ແລະ ຫວຽດນາມ ຢືນອັນດັບທີ 2 ໃນຈຳນວນສະຖານທີ່ທ່ອງທ່ຽວທີ່ເຂົາເຈົ້ານິຍົມ.

        ຕາມຕົວເລກສະຖິຕິ, ມີຊາວ ສ.ເກົາຫຼີ ກວ່າ 16,2 ລ້ານຄົນໄປທ່ອງທ່ຽວຕ່າງປະເທດຜ່ານທາງການບິນ, ເພີ່ມຂຶ້ນ 380% ເມື່ອທຽບໃສ່ປີ 2022. ໃນນັ້ນ, 5 ປະເທດນຳໜ້າທີ່ໄລ່ຕາມຈຳນວນແຂກທ່ອງທ່ຽວເດີນທາງໄປທ່ຽວຜ່ານທາງການບິນໃນ 9 ເດືອນຜ່ານມາ, ແມ່ນ: ຍີ່ປຸ່ນ, ຫວຽດນາມ, ໄທ, ຟີລິບປິນ ແລະ ອາເມລິກາ ຕາມລຳດັບ.

        ແຂກທ່ອງທ່ຽວສ.ເກົາຫຼີ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດມີອາກາດອົບອຸ່ນ ແລະ ລາຍຈ່າຍຂ້ອນຂ້າງຕ່ຳເມື່ອທຽບໃສ່ ສ.ເກົາຫຼີ. ພິເສດແມ່ນນະຄອນ ດ່ານັ້ງ, ເຊິ່ງແມ່ນນະຄອນທີ່ດຶງດູດແຂກທ່ອງທ່ຽວ ສ.ເກົາຫຼີ ຫຼາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ