ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ

(VOVWORLD) - ຫວຽດນາມ ຈະກາຍເປັນສະຖານທີ່ສາມາດຮັບໃຊ້ ຫຼາຍເຫດການ, ກອງປະຊຸມສາກົນທີ່ມີຂອບຂະໜາດໃຫຍ່ຂອງພາກພື້ນ ແລະ ທົ່ວໂລກ ໃນອະນາຄົດ. 

        ເຫດການ ຫວຽດນາມ ໄດ້ຮັບເລືອກເຟັ້ນເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີສອງ ເປັນການຢັ້ງຢືນໃຫ້ເຫັນທີ່ຕັ້ງບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ພ້ອມທັງສະແດງໃຫ້ເຫັນບົດບາດຂອງຫວຽດນາມ ຕໍ່ກັບບັນດາບັນຫາສາກົນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕອບສໍາພາບຕໍ່ນັກຂ່າວ ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ: TTXVN)

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ເລື່ອງ ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເປັນການພິສູດໃຫ້ເຫັນທີ່ຕັ້ງບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ເຫດການດັ່ງກ່າວ ໄດ້ປະກອບສ່ວນ ຫັນທິດນໍາ “ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ” ຊື່ງໄດ້ຮັບການຜັນຂະຫຍາຍຈາກພັກກອມມູນິດຫວຽດນາມ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກໃຫ້ປະກົດຜົນເປັນຈິງ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ດ້ວຍບົດຮຽນການຈັດຕັ້ງບັນດາກອງປະຊຸມສຸດຍອດທີ່ມີຂອບຂະໜາດໃຫຍ່ ຄື APEC 2017, WEF ASEAN 2018,  ຫວຽດນາມ ຈະສູ້ຊົນຈົນສຸດຄວາມສາມາດຂອງຕົນ ເພື່ອຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່່າງ ອາເມລິກາ - ສປປ.ເກົາຫຼີ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ຫວຽດນາມ ຫວັງວ່າ ຈະກາຍເປັນຂົວເຊື່ອມຕໍ່ ໃຫ້ແກ່ວິວັດການແກ້ໄຂບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ, ສວມບົດບາດເປັນຄູ່່ຮ່ວມມືທີ່ປະກອບສ່ວນເຂົ້າໃນການສ້າງສັນຕິພາບໃນແຫຼມເກົາຫຼີ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ຫວຽດນາມ ຈະກາຍເປັນສະຖານທີ່ສາມາດຮັບໃຊ້ ຫຼາຍເຫດການ, ກອງປະຊຸມສາກົນທີ່ມີຂອບຂະໜາດໃຫຍ່ຂອງພາກພື້ນ ແລະ ທົ່ວໂລກ ໃນອະນາຄົດ. 

ຕອບກັບ

ຂ່າວ/ບົດ​ອື່ນ