ຫວຽດນາມ ແລະ EU ເປີດກ້ວາງການຮ່ວມມືພັດທະນາແບບຍືນຍົງ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ທີ່ການປະຊຸມຂ່າວ, ທ່ານນາງ Myriam Ferran ເນັ້ນໜັກວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU; EU ສືບຕໍ່ໜູນຊ່ວຍ ເພື່ອບັນລຸລະດັບປ່ອຍອາຍພິດເຮືອນແກ້ວລົງລະດັບ 0 ໃນປີ 2050.
ຫວຽດນາມ ແລະ EU ເປີດກ້ວາງການຮ່ວມມືພັດທະນາແບບຍືນຍົງ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານນາງ Myriam Ferran, ຮອງຫົວໜ້າກົມໃຫຍ່ກົມພົວພັນຄູ່ຮ່ວມມືສາກົນຂອງຄະນະກຳມະການ ເອີລົບ ເຂົ້າຮ່ວມກອງປະຊຸມ
(ພາບ:Công Thử - TTXVN  )

ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ນະຄອນ ຟານຣາງ - ທາບຈ່າມ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ສະຫະພາບເອີລົບ (EU) ໂດຍທ່ານນາງ Myriam Ferran, ຮອງຫົວໜ້າກົມໃຫຍ່ກົມພົວພັນຄູ່ຮ່ວມມືສາກົນຂອງຄະນະກຳມະການ ເອີລົບ ເປັນຫົວໜ້າຄະນະ; ພ້ອມກັນນັ້ນກໍ່ຈັດການແລກປ່ຽນລະຫວ່າງຄະນະປະຕິບັດງານຂອງຄະນະກຳມະການເອີລົບ ແລະ ນັກຂ່າວບັນດາສຳນັກຂ່າວສານທ້ອງຖິ່ນ ກ່ຽວກັບຂໍ້ລິເລີ່ມຂອງ EU ສຳລັບຍຸດທະສາດສູ່ປະຕູທົ່ວໂລກກໍ່ຄືບັນດານະໂຍບາຍເຊິ່ງ EU ໜູນຊ່ວຍໃຫ້ແຂວງເພື່ອພັດທະນາແບບຍືນຍົງ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.

ທີ່ການປະຊຸມຂ່າວ, ທ່ານນາງ Myriam Ferran ເນັ້ນໜັກວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU; EU ສືບຕໍ່ໜູນຊ່ວຍ ເພື່ອບັນລຸລະດັບປ່ອຍອາຍພິດເຮືອນແກ້ວລົງລະດັບ 0 ໃນປີ 2050. ພິເສດ, EU ໄດ້ ແລະ ພວມໜູນຊ່ວຍ ຫວຽດນາມ ຫັນປ່ຽນພະລັງງານສະອາດ (JETP).

ຕອບກັບ

ຂ່າວ/ບົດ​ອື່ນ