ຫວຽດນາມ ​ແລະ IAEA ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນໃນ​ການ​ພັດ​ທະ​ນາ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ອາ​ວຸດ​ນິວ​ເຄຼຍ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ

(VOVWORLD) -ໃນວັນທີ 24 ພະຈິກ, ກອງປະຊຸມປະຈຳໄລຍະຂອງສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (BoG IAEA) ໄດ້ເປີດພິທີຢູ່ ນະຄອນຫຼວງ Vienna ຂອງ  ໂອຕາລິດ  ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ, ຕາງໜ້າຜູ້ປະຈຳການຂອງ ຫວຽດນາມ ຢູ່ IAEA, ເຂົ້າໃນຖານະຮ່ວມເປັນສະມາຊິກ BoG IAEA ອາຍຸການ 2021-2023.
ຫວຽດນາມ ​ແລະ IAEA ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນໃນ​ການ​ພັດ​ທະ​ນາ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ອາ​ວຸດ​ນິວ​ເຄຼຍ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ, ຕາງໜ້າຜູ້ປະຈຳການຂອງ ຫວຽດນາມ ຢູ່ IAEA (ຢູ່ເບື້ອງຂວາ) (ພາບ: TTXVN)

ກ່າວຄຳເຫັນຢູ່ໃນວາລະປຶກສາຫາລືກ່ຽວກັບ ໂຄງການຮ່ວມມືດ້ານເຕັກນິກ (TC) ໄລຍະ 2022-2023 ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ ຕີລາຄາສູງຕໍ່ໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ IAEA ກ່ຽວກັບການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີ ອາວຸດນິວເຄຼຍເພື່ອເປົ້າໝາຍສັນຕິພາບໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ IAEA ໃນວຽກງານກໍ່ສ້າງ ແລະ ສະເໜີ 5 ໂຄງການຮ່ວມມືກັບ ຫວຽດນາມ ໃນຂົງເຂດ TC ໂຄງການຮ່ວມມືດ້ານເຕັກນິກ ໄລຍະ 2022-2023, ສຸມໃສ່ບັນດາຂົງເຂດຮັບມືກັບໂລກລະບາດ, ປິ່ນປົວມະເຮັງ, ພັດທະນາກະສິກຳແບບຍືນຍົງ, ຍູ້ແຮງຄວາມປອດໄພ, ຄວາມສະຫງົບ ແລະ ຮັບມືກັບເຫດນີວເຄຼຍ.

ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳໄລຍະຂອງ BoG IAEA ດ້ວຍຖານະເປັນສະມາຊິກ, ສືບຕໍ່ປະກອບສ່ວນຍົກສູງທີ່ຕັ້ງສາກົນຂອງ ຫວຽດນາມ ໂດຍຜ່ານການສະແດງໃຫ້ເຫັນບົດບາດໃນການເປັນເຈົ້າການ, ຕັ້ງໜ້າໃນການຊຸກຍູ້ເປົ້າໝາຍການນຳໃຊ້ເຕັກໂນໂລຊີ ອາວຸດນິວເຄຼຍເພື່ອເປົ້າໝາຍສັນຕິພາບ; ຍາດແຍ່ງການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງບັນດາປະເທດສະມາຊິກ ກໍ່ຄືຄະນະການນຳ IAEA ໃນການຮັບມືກັບສີ່ງທ້າທາຍທີ່ ຫວຽດນາມ ກຳລັງປະເຊີນ ໜ້າ, ເປັນຕົ້ນແມ່ນໂລກລະບາດໂຄວິດ 19 ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ