ຫວຽດນາມ ແລະ Timor-Leste ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

(VOVWORLD) - ກະສິກຳ, ສິນໃນນ້ຳ, ນ້ຳມັນອາຍແກັດ ແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ອາດສາມາດຊຸກຍູ້ເພື່ອກາຍເປັນຈຸດສຸມໃນການຮ່ວມມືໃນໄລຍະຈະມາເຖິງ. 

ຕອນບ່າຍວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste Dionisio Babo Soares, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີວ່າ ຫວຽດນາມ ແລະ Timor-Leste ຊຸກຍູ້ແລກປ່ຽນຄະນະຜູ້ແທນຂັ້ນສູງ, ພ້ອມກັນນັ້ນ ແມ່ນສ້າງຕັ້ງບັນດາກົນໄກເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກຂົງເຂດຢ່າງມີປະສິດທິຜົນຄື: ການລົງທຶນ, ການຄ້າ, ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ.

ຫວຽດນາມ ແລະ Timor-Leste ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Dionisio Babo Soares (ພາບ: VGP)

        ສ່ວນທ່ານ Dionisio Babo Soares ໃຫ້ຮູ້ວ່າ: ເປົ້າໝາຍຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມື 2 ຝ່າຍໃນທຸກຂົງເຂດ; ພ້ອມທັງເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫລາຍຝ່າຍ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ໄດ້ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste Dionisio Babo Soares. ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເຊັນສັນຍາຍົກເວັ້ນວິຊາໃຫ້ຜູ້ຖືໜັງສືຜ່ານແດນການທູດໂດຍໄວ ແລະ ຜັນຂະຫຍາຍກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍຄືໄດ້ເຫັນດີຕົກລົງໂດຍໄວ. 2 ຝ່າຍໄດ້ເຫັນດີເປັນເອກະສັນຈະຊຸກຍູ້ເຊັນໃໝ່ / ຕໍ່ກຳນົດບັນດາຂໍ້ຕົກລົງຮ່ວມມື 2 ຝ່າຍ ເພື່ອສ້າງຂອບເຂດນິຕິກຳໃຫ້ແກ່ການຮ່ວມມື 2 ປະເທດ, ໃນນັ້ນ ມີສັນຍາໜູນຊ່ວຍຍຸຕິທຳ, ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ສັນຍາການຄ້າ 2 ຝ່າຍ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານສຶກສາ…

ຫວຽດນາມ ແລະ Timor-Leste ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 2ທ່ານ ຟ້າມບີ່ງມິງ ໄດ້ພົບປະເຈລະຈາກັບທ່ານ Dionisio Babo Soares (ພາບ: VGP)

  2 ຝ່າຍໄດ້ດຳນົດວ່າ ກະສິກຳ, ສິນໃນນ້ຳ, ນ້ຳມັນອາຍແກັດ ແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ອາດສາມາດຊຸກຍູ້ເພື່ອກາຍເປັນຈຸດສຸມໃນການຮ່ວມມືໃນໄລຍະຈະມາເຖິງ. 2 ຝ່າຍກໍ່ເຫັນດີເປັນເອກະພາບ ຮັກສາການສົມທົບກັນເປັນຢ່າງດີຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ