ຫວຽດນາມ ແລະ ກູບາ ຊຸກຍູ້ ແລະ ຫັນການຮ່ວມມືເສດຖະກິດເປັນຫຼາຍຮູບຫຼາຍແບບ

(VOVWORLD) - ສອງຝ່າຍພວມມຸ່ງໄປເຖິງເປົ້າໝາຍຍົກມູນຄ່າການແລກປ່ຽນການຄ້າໃຫ້ຂຶ້ນເຖິງລະດັບ 500 ລ້ານ USD ໃນຊຸມປີຕໍ່ໄປ.
ຫວຽດນາມ ແລະ ກູບາ ຊຸກຍູ້ ແລະ ຫັນການຮ່ວມມືເສດຖະກິດເປັນຫຼາຍຮູບຫຼາຍແບບ - ảnh 1  ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຕ້ອນຮັບທ່ານRodrigo Malmierca Diaz ລັດຖະມົນຕີກະຊວງການຄ້າ ແລະ ລົງທຶນ ຕ່າງປະເທດ ກູບາ (ພາບ: vietnamplus.vn)  

ວັນທີ 29 ພະຈິກ, ກອງປະຊຸມຄັ້ງທີ 36 ຂອງ ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ກູບາ ຖືກໄຂຂຶ້ນຢູ່ນະຄອນຫຼວງ ລາຮາບານາ ດ້ວຍການຕັດສິນໃຈຂອງທັງສອງຝ່າຍ ວ່າ ຈະສືບຕໍ່ປັບປຸງ ແລະ ຫັນການພົວພັນເສດຖະກິດ - ການຄ້າລະຫວ່າງສອງປະເທດ ເປັນຫຼາຍຮູບຫຼາຍແບບ. ກ່າວຄໍາເຫັນທີ່ພິທີໄຂ, ທ່ານ Rodrigo Malmierca Diaz ລັດຖະມົນຕີກະຊວງການຄ້າ ແລະ ລົງທຶນ ຕ່າງປະເທດ ກູບາ ໃຫ້ຮູ້ວ່າ ສອງຝ່າຍພວມເຮັດວຽກຢ່າງຮີບດ່ວນ ເພື່ອພັດທະນາການຮ່ວມມືເສດຖະກິດ - ການຄ້າໃຫ້ແກ່ປີ 2019 ຕາມທິດດັ່ງກ່າວ. ສອງຝ່າຍພວມມຸ່ງໄປເຖິງເປົ້າໝາຍຍົກມູນຄ່າການແລກປ່ຽນການຄ້າໃຫ້ຂຶ້ນເຖິງລະດັບ 500 ລ້ານ USD ໃນຊຸມປີຕໍ່ໄປ.

        ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຊີ້ແຈ້ງວ່າ ມີບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງສອງປະເທດຄວນຂຸດຄົ້ນຢ່າງສຸດຂີດກວ່າອີກ ເພື່ອຮັດແໜ້ນການພົວພັນເສດຖະກິດ - ການຄ້າ, ໃນນັ້ນ ມີການຮ່ວມມືກ່ຽວກັບດ້ານສາທາລະນະສຸກ ແລະ ກະສິກໍາ; ຊອກຫາບັນດາມາດຕະການເພື່ອສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ທີ່ພວມມີຄວາມປາດຖະໜາ ຫຼື ເລີ່ມຜັນຂະຫຍາຍບັນດາໂຄງການຢູ່ ກູບາ.


ຕອບກັບ

ຂ່າວ/ບົດ​ອື່ນ