ຫວຽດນາມ ແລະ ກູບາ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື

ຫວຽດນາມ ແລະ ກູບາ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື - ảnh 1
ທີ່ພິທີລົງ​ນາມ
(ພາບ: TTX)

(vovworld) - ວັນ​ທີ 18/9, ລັດຖະມົນຕີ​ກະຊວງ​ກໍ່ສ້າງ​ຫວຽດນາມ Trinh Dinh Dung, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ຫວຽດນາມ - ກູ​ບາ, ​ແລະ ລັດຖະມົນຕີ​ການ​ຄ້າ​ຕ່າງປະ​ເທດ ​ແລະ ລົງທຶນ​ຕ່າງປະ​ເທດ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ກູ​ບາ - ຫວຽດນາມ Rodrigo Malmierca Diaz ​ໄດ້​ລົງ​ນາມ​ໃນ​ເອກະສານ​ກ່ຽວ​ກັບ​ໝາກຜົນ​ຂອງສະ​ໄໝ​ປະຊຸມທີ 30 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ກູ​ບາ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ. ສິ້ນ​ສຸດສະ​ໄໝ​ປະຊຸມ, ສອງ​ຝ່າຍ​ໄດ້​ເຫັນ​ດີ​​ຕໍ່​ບັນດາເນື້ອ​ໃນຮ່ວມ​ມື ​ແລະ ມາດ​ຕະການ​ຜັນ​ຂະຫຍາຍ​ໃນ​ໄລຍະ 2012 – 2013, ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດ​ທິຜົນ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ຕົກລົງ​ສະບັບ​ໃໝ່​ໃນ​ບັນດາ​ຂົງ​ເຂດ​ການ​ຢາ, ການ​ແພດ, ການ​ສຶກສາ, ການ​ລົງທຶນ, ການວາງ​ແຜນຜັງຕົວ​ເມືອງ… ນອກ​ນັ້ນ​ຝ່າຍ​ກູ​ບາ​ຍັງ​ສະ​ເໜີ​ກ່ຽວ​ກັບ​ໂຄງການ​ຮ່ວມ​ມື​ເສດຖະກິດ​ສອງ​ຝ່າຍ​ໄລຍະ 2012 – 2016.

ຂ່າວ/ບົດ​ອື່ນ