ຫວຽດນາມ ແລະ ການາດາ ຊຸກຍູ້ການຮ່ວມມືທາງດ້ານກະສີກຳ ແລະ ປຸ່ງແຕ່ງ ຜະລິດຕະພັນກະເສດ

ຫວຽດນາມ ແລະ ການາດາ ຊຸກຍູ້ການຮ່ວມມືທາງດ້ານກະສີກຳ ແລະ ປຸ່ງແຕ່ງ ຜະລິດຕະພັນກະເສດ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ວູ້ວັນ​ນິງ ແລະ ທ່ານລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ຜະລິດ​ຕະພັນ​ກະ​ເສດ,
 ອາຫານ ກາ​ນາ​ດາ Grrery Ritz

(vovworld)- ​ຕອຍບ່າຍ​ວັນ​ທີ 29/11, ທີ່​ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ຜະລິດ​ຕະພັນ​ກະ​ເສດ, ອາຫານ ກາ​ນາ​ດາ Grrery Ritz ຊຶ່ງ​ພວມ​ຢ້ຽມຢາມ​ຫວຽດນາມ​ນັ້ນ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ວູ້ວັນ​ນິງຢືນຢັນວ່າ ຫວຽດນາມຊົມ​ເຊີຍ​ເລື່ອງ ກາ​ນາ​ດາ​ນັບ​ມື້​ນັບ​ສົນ​ໃຈ​ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ພາກ​ພື້ນ​ອາຊີ​ປາຊີ​ຝິກ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຫວຽດນາມ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ວູ້ວັນ​ນິງຫວັງ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​, ກາ​ນາ​ດາ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ໂຄງການ​ກໍ່ສ້າງ ​ແລະ ຄວບ​ຄຸມ​ຄຸນ​ນະພາ​ບ ຜະລິດ​ຕະພັນ​ກະ​ເສດ, ອາຫານຢູ່​ຫວຽດນາມ, ປະກອບສ່ວນ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ວູ້ວັນ​ນິງ ​ເນັ້ນ​ໜັກ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ກາ​ນາ​ດາ ​ແລະ ຫວັງ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຮອບດ້ານ ​ແລະ ​ເຂົ້າ​ສູ່​ລວງ​ເລິກ.

    ສ່ວນທ່ານ ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ຜະລິດ​ຕະພັນ​ກະ​ເສດ, ອາຫານ ກາ​ນາ​ດາ Grrery Ritz ຖື​ວ່າ ​ໃນ​ໄລຍະ​ທີ່​ຈະ​ເຖິງ, ຫວຽດນາມ ​ແລະ ກາ​ນາ​ດາ ຄວນ​ກວດຄືນ​ບັນດາ​ຂົງ​ເຂດ​ຮ່ວມ​ມື, ຈາກ​ນັ້ນ​ສ້າງ​ແຜນການ​ເພື່ອ​ນຳ​ການ​ພົວພັນລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. 

ຂ່າວ/ບົດ​ອື່ນ