ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືປ້ອງກັນຕ້ານຢາເສບຕິດ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືປ້ອງກັນຕ້ານຢາເສບຕິດ - ảnh 1
ທ່ານ ​ຫວູ​ດຶກ​ດາມ ແລະ ​ທ່ານ Ke Kim Yan 
(ພາບ: VGP)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/04 ຢູ່ ຮ່າ​ໂນ້ຍ ທ່ານ ​ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​​ກ່ຽວ​ກັບ​ການປ້ອງ​ກັນ​ຕ້ານຢາ​ເສບ​ຕິດ, ໂສ​ເພ​ນີ ຫວຽດ​ນາມ ​ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ Ke Kim Yan ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ກຳ​ປູ​ເຈຍ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ແລກ​ປ່ຽນ​ສະ​ພາບ​ການ, ແບ່ງ​ປັນ​ທັດ​ສະ​ນະ​ສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາຢາ​ເສບ​ຕິດ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ສິ່ງ​ດັ່ງ​ກ່າວ ຊ່ວຍ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງ​ານ​ປ້ອງ​ກັນ​ຕ້ານຢາ​ເສບ​ຕິດ​ຂອງ 2 ປະ​ເທດ, ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ​ໃນ​ພາກ​ພື້ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶດ​ດາມ ຢືນ​ຢັນວ່າ: ລັດ​ຖະ​ບານ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ປະ​ຊາ​ຄົມ​ສາ​ກົນ, ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ພິເສດ​ແມ່ນບັນ​ດາ​ປະ​ເທດ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ເພື່ອ​ຕໍ່​ສູ້​ບັນ​ຫາ​ຢາ​ເສບ​ຕິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Ke Kim Yan ປາດ​ຖະ​ໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົມ​ທົບ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກຳ​ປູ​ເຈຍ ປາດ​ຖະ​ໜາ​ຢາກ ຫວຽດ​ນາມ ຍູ້​ໄວ​ການ​ໜູນ​ຊ່ວຍ ກໍ່​ສ້າງ​ຮາກ​ຖານ​ບຳ​ບັດ​ຜູ້​ທີ່​ຕິດ​ຢາ​ເສບ​ຕິດ​ໂດຍ​ອີງ​ໃສ່​ວົງ​ຄະ​ນະ​ຍາດ.


ຕອບກັບ

ຂ່າວ/ບົດ​ອື່ນ