ຫວຽດນາມ ແລະ ກູເວດ ຍູ້ແຮງການຮ່ວມມືໃນຂົງເຂດພະລັງງານ
(VOVWORLD) - ທີ່ການສົນທະນາທາງໂທລະສັບ, ທ່ານ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ກູເວດ ໃຫ້ພັດທະນານັບມື້ນັບແທ້ຈິງ ແລະ ມີປະສິດທິຜົນ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Sheikh Ahmed Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີ ກູເວດ (ພາບ: VOV) |
ຕອນບ່າຍວັນທີ 9 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົນທະນາທາງໂທລະສັບກັບທ່ານ Sheikh Ahmed Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີ ກູເວດ. ທີ່ການສົນທະນາທາງໂທລະສັບ, ທ່ານ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ກູເວດ ໃຫ້ພັດທະນານັບມື້ນັບແທ້ຈິງ ແລະ ມີປະສິດທິຜົນ.
ໂດຍສະແດງຄວາມວິຕົກກັງວົນຕໍ່ການຜັນແປຂອງການປະທະກັນໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ກູເວດ ແລະ ບັນດາປະເທດກ່ຽວຂ້ອງສືບຕໍ່ລະຫງັບໃຈ, ຊຸກຍູ້ບັນດາຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ, ຊອກຫາມາດຕະການແກ້ໄຂໂດຍສັນຕິວິທີໃຫ້ແກ່ພາກພື້ນບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ, ກົດບັດ ສປຊ ແລະ ຮັບປະກັນບັນດາສິດຜົນປະໂຫຍດອັນຊອບທຳຂອງທຸກຝ່າຍ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດທະນາການນີ້.
ສ່ວນທ່ານ Sheikh Ahmed Abdullah Al-Ahmad Al-Sabah ກໍ່ໃຫ້ຄຳໝັ້ນສັນຍາຈະປະສານສົມທົບກັນ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ກູເວດ ແລະ ສ້າງເງື່ອນໄຂເພື່ອໃຫ້ພົນລະເມືອງ ຫວຽດນາມ ອົບພະຍົບ ຖ້າມີຄວາມຈຳເປັນ, ເຫັນດີເປັນເອກະພາບຈະສົມທົບກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ ພິຈາລະນາ ສືບຕໍ່ສະໜອງນ້ຳມັນດິບໃຫ້ ຫວຽດນາມ, ຍູ້ແຮງການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດໃນໄລຍະຈະມາເຖິງ.