ຫວຽດນາມ ແລະ ຊູແອັດ ເພີ່ມທະວີການຮ່ວມມື ໃນຫຼາຍຂົງເຂດ

ຫວຽດນາມ ແລະ ຊູແອັດ ເພີ່ມທະວີການຮ່ວມມື ໃນຫຼາຍຂົງເຂດ - ảnh 1
ທ່ານ​ນາງ ດ​ວານ​ທິ​ເຟືອງ​ຢູງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ
ລາ​ຊະ​ອາ​ນາ​ຈັກ ຊູ​ແອັດ ແລະ ​ເຈົ້າ​ຊີ​ວິດ ຊູ​ແອັດ Carl XVI Gustaf


(vovworld) - ທ່ານ​ນາງ ດ​ວານ​ທິ​ເຟືອງ​ຢູງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ຊູ​ແອັດ ຫາກໍ່​ຍື່ນ​ສານ​ຕາ​ຕັ້ງ​​​ຂຶ້ນ ​ເຈົ້າ​ຊີ​ວິດ ຊູ​ແອັດ Carl XVI Gustaf. ທີ່​ການ​ຕ້ອນ​ຮັບ ທ່ານນາງ ດ​ວານ​ທິ​ເຟືອງ​ຢູງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ພາຍຫຼັງ​​ພິ​ທີຍື່ນ​ສານ​ຕາ​ຕັ້ງ​, ​ເຈົ້າ​ຊີ​ວິດ ຊູ​ແອັດ Carl XVI Gustaf ສະ​ແດງ​ຄວາມປາດ​ຖະ​ໜາ​ວ່າ ການ​ພົວ​ພັນມິດ​ຕະ​ພາບ​​ທີ່​ເປັນມູນ​ເຊື້ອ​ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຊູ​ແອັດ ແລະ ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ອະ​ນາ​ຄົດ. ສ່ວນ ທ່ານ​ນາງ ດ​ວານ​ທິ​ເຟືອງ​ຢູງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຢືນ​ຢັນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ ພັດ​ທະ​ນາ​ການ​ພົວ​ພັນມິດ​ຕະ​ພາບ​ທີ​່ເປັນມູນ​ເຊື້ອ​, ແລະ ການຮ່ວມ​ມື​ຫຼາຍ​ດ້ານກັບ ຊູ​ແອັດ, ພິ​ເສດ​ແມ່ນ ໃນ​ຂົ​ງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ຄ້າ, ການ​ສຶກ​ສາ, ​ວິທະ​ຍາ​ສາດ​ເ​ຕັກ​ໂນ​ໂລ​ຢີ ແລະ ສິ່ງ​ແວດ​ລ້ອມ. ສະ​ແດງ​ຄວາມ​ເປັນ​ກຽດ​​ທີ່ໄດ້​​ຮັບແຕ່ງ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​​ທູດ ຫວຽດ​ນາມ ປະ​ຈຳ ຊູ​ແອັດ, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ເໜັ້ນ​ໜັກ​ວ່າ ຈະ​ເຮັດຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນມິດ​ຕະ​ພາບ​ທີ​ເປັນມູນ​ເຊື້ອ​, ແລະ ​ການຮ່ວມ​ມື​ຢ່າງ​ສະ​ເໝີ​ພາບ, ​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍດລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ