ຫວຽດນາມ ແລະ ນິວຊີແລນ ວາງເປົ້າໝາຍບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 2 ຕື້ USD ໃນປີ 2024

(VOVWORLD) -ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດທຳອິດຂອງ ນິວຊີແລນ ຢູ່ພາກພື້ນ ອາຊີ - ປາຊີຟິກ; ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ, ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ນິວຊີແລນ.
ຫວຽດນາມ ແລະ ນິວຊີແລນ ວາງເປົ້າໝາຍບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 2 ຕື້ USD ໃນປີ 2024 - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບຜູ້ມີອຳນາດເຕັມ ນິວຊີແລນ ທ່ານນາງ Dame Cindy Kiro
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ຕອນບ່າຍວັນທີ 05 ທັນວາ, ຢູ່ນະຄອນຫຼວງ Wellington, ນິວຊີແລນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານນາງຜູ້ມີອຳນາດເຕັມ ນິວຊີແລນ  Dame Cindy Kiro.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດທຳອິດຂອງ ນິວຊີແລນ ຢູ່ພາກພື້ນ ອາຊີ - ປາຊີຟິກ; ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ, ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ນິວຊີແລນ.

        ສ່ວນທ່ານນາງຜູ້ມີອຳນາດເຕັມ Dame Cindy Kiro ຢືນຢັນວ່າ, ຫວຽດນາມ ມີຄວາມສຳຄັນຍຸດທະສາດສຳລັບ ນິວຊີແລນ ແລະ  2 ປະເທດຄວນເພີ່ມທະວີການພົວພັນຮ່ວມມືກວ່າອີກ ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ ອາຊີ - ປາຊີຟິກ. ທ່ານກໍ່ສະແດງຄວາມປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໂດຍໄວ.

        ການນຳ 2 ທ່ານເຫັນດີຕີລາຄາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງຢ່າງດີງາມ. 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງໃນໄລຍະຈະມາເຖິງ; ຊຸກຍູ້ການພົວພັນຂອງ 2 ປະເທດຢ່າງແຮງກວ່າໃນຫຼາຍຂົງເຂດ; ສືບຕໍ່ສະໜັບສະໜູນ ແລະ ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຢູ່ມະຫາວິທະຍາໄລ Waikato, ນະຄອນ Hamilton, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມເວທີປາໄສຮ່ວມມືດ້ານການສຶກາ ຫວຽດນາມ - ນິວຊີແລນ ດ້ວຍຫົວຂໍ້ “ກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ ແລະ ນິວຊີແລນ ກ່ຽວກັບການສຶກສາສາມັນ”.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ຮອດປີ 2035, ມີຊາວ ຫວຽດນາມ ກວ່າ 3,5 ລ້ານຄົນ ມີຄວາມຕ້ອງການສຶກສາຂັ້ນມະຫາວິທະຍາໄລ. ໃນຈຳນວນເງິນທັງໝົດ 450 ຕື້ USD ເຊິ່ງ ຫວຽດນາມ ໄດ້ດຶງດູດການລົງທຶນຕ່າງປະເທດເຂົ້າ ຫວຽດນາມ ນັ້ນ, ມີ 500 ໂຄງການດ້ວຍຈຳນວນເງິນລົງທຶນເຂົ້າໃນຂົງເຂດສຶກສາບຳລຸງສ້າງໂດຍກົງລວມ ປະມານ 5 ຕື້ USD.

        ໂດຍຕາງໜ້າໃຫ້ລັດຖະບານ ນິວຊີແລນ, ທ່ານຫົວໜ້າອົງການສຶກສາ ນິວຊີແລນ Grant McPherson, ຢືນຢັນວ່າ, ເວທີປາໄສແມ່ນກາລະໂອກາດເພື່ອໃຫ້ 2 ຝ່າຍແບ່ງປັນຂໍ້ມູນຂ່າວດ້ານການສຶກສາລະຫວ່າງ 2 ປະເທດ, ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ; ເພີ່ມທະວີການຮ່ວມມືດ້ານວິຊາການສຶກສາ ກໍຄືການສຶກສາ ແລະ ວັດທະນະທຳ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ເປັນສັກຂີພິຍານພິທີເປີດຕົວສະມາຄົມມິດຕະພາບ ນິວຊີແລນ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ